(vovworld) - ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ໂຕຮຸຍເຣື໋ອ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 26 – 30 ສິງຫາ. ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຈູມມາລີ ໄຊຍະສອນ ໄດ້ໃຫ້ການຕ້ອນຮັບຄະນະ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງຄະນະຈັດຕັ້ງສູນກາງຫວຽດນາມ ແລະ ລາວ; ຍ້ອງຍໍການປະກອບສ່ວນຕ່າງໆຂອງຂອງ 2 ຄະນະໃນໄລຍະຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນ ມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ຄະນະຈັດຕັ້ງສູນກາງ ສືບຕໍ່ເສີມຂະຫຍາຍບັນດາບົດຮຽນອັນລຳຄ່າ ເພື່ອຮັກສາ ແລະ ເພີ່ມພູນຄຸນສ້າງການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 27 ສິງຫາ, ຄະນະປະຕິບັດງານຄະນະຈັດຕັ້ງສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳລາວ, ຢ້ຽມຢາມສະຖາບັນການເມືອງການປົກຄອງລາວ.