ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ 3 ປະເທດເອີລົບ
ທ່ານ ຮ່ວາງບິ່ງກວນ, ກຳມະການກົມການເມືອງ,
ຫົວໜ້າຄະນະພົວພັນກັບຕ່າງປະເທດສູນກາງ
(ພາບ: TTXVN)
(vovworld) – ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນກັບຕ່າງປະເທດສູນກາງນຳໜ້າ ໄດ້ໄປຢ້ຽມຢາມແລະ ເຮັດວຽກຢູ່ບັນດາປະເທດໂປໂລຍ, ສ.ເຊັກ ແລະ ຮຸງກາຣີ ໃນລະຫວ່າງວັນທີ 16 – 23/04. ທ່ານ ຮ່ວາງບິ່ງກວນ ໄດ້ມີການພົບປະເຈລະຈາກັບທ່ານປະທານພັກພັນທະມິດປະຊາທິປະໄຕຝ່າຍຊ້າຍໂປໂລຍ (SLD), ປະທານພັກກອມມູນິດເຊັກ - ໂມຣາວາ, ຜູ້ຕາງໜ້າພັກກຳອຳນາດພັນທະມິດພົນລະເມືອງຮຸງກາຣີ (FISESZ), ບັນດາຮອງປະທານພັກສັງຄົມຮຸງກາຣີ, ປະທານພັກກຳມະກອນຮຸງກາຣີ ແລະ ການນຳສະພາແຫ່ງຊາດບາງທ່ານຂອງປະເທດເພື່ອນມິດ. ທ່ານຮ່ວາງບິ່ງກວນ ປາດຖະໜາວ່າ, ບັນດາພັກເພື່ອນມິດສະໜັບສະໜູນມາດຕະການເພີ່ມທະວີການຮ່ວມມື 2 ຝ່າຍກັບຫວຽດນາມ, ພິເສດແມ່ນສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມຮໍ່າຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ບັນດາປະເທດທີ່ຄະນະຜູ້ແທນມາຢ້ຽມຢາມ. ການນຳບັນດາພັກ ໄດ້ຕີລາຄາສູງການພົວພັນຮ່ວມມືກັບຫວຽດນາມ ໃນ 65 ປີຜ່ານມາ, ຖືວ່າ, ນັ້ນແມ່ນພື້ນຖານ, ແມ່ນກຳລັງໜູນເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບຫວຽດນາມ ໃນໄລຍະທີ່ຈະມາເຖິງ.