(vovworld) – ໃນລະຫວ່າງວັນທີ 7 – 9/10, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮິ່ງງອກເຊີນ, ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາໂລກຄັ້ງທີ 129 (IPU – 129) ຢູ່ ເຊີແນວ, ປະເທດສະວິດ. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງສະມັດຊາໃຫຍ່, ສະພາບໍລິຫານ ແລະ ບາງວາລະປຶກສາຫາລືຂອງຄະນະກຳມະການ IPU. ໃນໄລຍະຢູ່ ສະວິດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ໄປຢ້ຽມຢາມພະນັກງານ ແລະ ພາລະກອນສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ Bern, ຄະນະຜູ້ແທນ ຫວຽດນາມ ຄຽງຂ້າງສະຫະປະຊາຊາດ ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ.