(vovworld) – ວາລະປະຊຸມຄັ້ງທີ 46, ເຊິ່ງແມ່ນວາລະປະຊຸມສຸດທ້າຍຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13, ຄາດວ່າຈະຖືກໄຂຂຶ້ນໃນຕອນເຊົ້າວັນທີ 07/03 ແລະ ດຳເນີນຮອດວັນທີ 09/03. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບ: ການຕີລາຄາເພີ່ມເຕີມໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ, ງົບປະທານແຫ່ງລັດປີ 2015, ໝາກຜົນການປະຕິບັດແຜນການພັດທະນາເສດຖະກິດໄລຍະ 5 ປີ 2011 – 2015; ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016 – 2020… ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາລັດຖະບັນຍັດຄຸ້ມຄອງຕະຫຼາດ; ຮັບຮອງເອົາຂໍ້ກຳນົດກົດລະບຽບການຈັດຕັ້ງ ແລະ ເຄື່ອນໄຫວຂອງຕຸລາກິດ. ໃຫ້ຄຳເຫັນໃສ່ຮ່າງລັດຖະບັນຍັດສຶກສາບາງຕຳແໜ່ງຍຸຕິທຳ; ຮ່າງບົດລາຍງານວຽກງານອາຍຸການຊຸດທີ 13 ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ…