(vovworld) - ວັນທີ 31/8 ແລະ 1/9, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເປັນປະທານວາລະປະຊຸມລັດຖະບານປະຈຳເດືອນ 8 ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ ແລະ ວາງແຜນພັດທະນາເສດຖະກິດສັງຄົມປີ 2016. ນະທີ່ນີ້, , ບັນດາສະມາຊິກລັດຖະບານຖືວ່າ: ເສດຖະກິດຫວຽດນາມ ໃນ 8 ເດືອນຜ່ານມາຍັງຄົງຮັກສາເສດຖະກິດມະຫາພາກໄດ້ດີ, ໃນທ່າຟື້ນຟູເສດຖະກິດ, ດ້ວຍຜົນງານຕັ້ງໜ້າຮອບດ້ານຫຼາຍຢ່າງໃນຂົງເຂດຕ່າງໆ… ຄາດວ່າ 13/14 ຄາດໝາຍເສດຖະກິດ-ສັງຄົມຈະບັນລຸໄດ້ແລະລື່ນກາຍແຜນການທີ່ໄດ້ວາງອອກ. ນີ້ແມ່ນພື້ນຖານເພື່ອໃຫ້ລັດຖະບານວາງອອກແຜນພັດທະນາເສດຖະກິດສັງຄົມປີ 2016 ສູງກວ່າປີນີ້.
ກ່າວຄວາມເຫັນສະຫຼຸບວາລະປະຊຸມ, ທ່ານນາບົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຮຽກຮ້ອງບັນດາກະຊວງ, ຂະແໜງການຕ້ອງກຳແໜ້ນສະພາບເສດຖະກິດສັງຄົມພາຍໃນປະເທດ ແລະ ສາກົນ, ຍົກສູງຄວາມສາມາດຮັບມື, ມີນະໂຍບາຍ “ໄວ, ສະດຸງໄວ, ທັນການ, ຊັດເຈນ, ມີປະສິດທິຜົນ“.ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ້ອງບັນລຸ ແລະ ລື່ນກາຍຄາດໝາຍເສດຖະກິດສັງຄົມທີ່ໄດ້ວາງອອກໃນປີນີ້. ທ່ານນາບົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຮຽກຮ້ອງ ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕ້ອງສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາພາກສ່ວນເສດຖະກິດຍູ້ແຮງການລົງທຶນ, ຜະລິດ, ດຳເນີນທຸລະກິດ, ນອກນັ້ນຕ້ອງຊຸກຍູ້ຄວາມຄືບໜ້າໃນການປ່ອຍງົບປະມານ, ສຳເລັດແຜນການລົງທຶນ; ສືບຕໍ່ປະຕິບັດບັນດາລາຍການ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ພິເສດແມ່ນຂົງເຂດສຶກສາ, ຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ.
ທ່ານນາບົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ: ປີ 2016, ເສດຖະກິດ - ສັງຄົມຕ້ອງບັນລຸລະດັບເຕີບໂຕສູງກວ່າ, ໃນນັ້ນລະດັບເຕີບໂຕເສດຖະກິດປີ 2016ບັນລຸ 6,7% ແລະ ໃນ 5 ປີຈະມາເຖິງແມ່ນ 6,7% - 7% ຕິດພັນກັບການຮັກສາເສດຖະກິດມະຫາພາກ ແລະ ພັດທະນາຢ່າງໝັ້ນຄົງ.