ຄ່ຳຄືນວັນບຸນ “ເຊີນລາ ໃນປະຈຸບັນ” ໃນເຂດພູພຽງ ມົກເຈົາ

(VOVWORLD) - ສັບປະດາໄດ້ຮັບການຈັດຕັ້ງດ້ວຍຈຸດປະສົງຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ຂອງປະເທດຊາດ; ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ໂຄສະນາເຜີຍແຜ່ເຖິງບັນດາວິສາຫະກິດ
ຄ່ຳຄືນວັນບຸນ “ເຊີນລາ ໃນປະຈຸບັນ” ໃນເຂດພູພຽງ ມົກເຈົາ - ảnh 1 ການສະແດງສິລະປະທີ່ງານບຸນ

ຕອນຄ່ຳວັນທີ 1 ກັນຍາ, ຢູ່ເທດສະບານ ມົກເຈົາ, ເມືອງ ມົກເຈົາ, ແຂວງ ເຊີນລາ ໄດ້ຈັດຕັ້ງ ພິທີໄຂສັບປະດາວັດທະນະທຳ - ທ່ອງທ່ຽວແຂວງປີ 2018 ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະດ້ວຍຫົວຂໍ້ວ່າ “ເຊີນລາໃນປະຈຸບັນ”. ສັບປະດາໄດ້ຮັບການຈັດຕັ້ງດ້ວຍຈຸດປະສົງຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ຂອງປະເທດຊາດ; ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ໂຄສະນາເຜີຍແຜ່ເຖິງບັນດາວິສາຫະກິດ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ເຊີນລາ, ສະພາບແວດລ້ອມທີ່ດຶງດູດການລົງທຶນເຂົ້າຂະແໜງການທ່ອງທ່ຽວ, ຍູ້ໄວວິວັດການສ້າງເຂດທ່ອງທ່ຽວຈຸດສຸມຂອງແຂວງ. ທ່ານ ເກີ໋ມງອັກມີງ, ປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ, ໃຫ້ຮູ້ວ່າ:

        “ສັບປະດາວັດທະນະທຳທ່ອງທ່ຽວແຂວງ ເຊີນລາ ໄດ້ຮັບການຈັດຕັ້ງດ້ວຍຄວາມຫວັງຢາກດຶງດູດການລົງທຶນ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວຂອງແຂວງກັບເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ. ອາດເວົ້າໄດ້ວ່າ ນີ້ແມ່ນການເຄື່ອນໄຫວເລິກເຊິ່ງກ້ວາງຂວາງ, ສ້າງຄວາມປະທັບໃຈກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກຂອງແຂວງ ເຊີນລາ, ຜ່ານນັ້ນ, ປະຊາຊົນທຸກຄົນຢູ່ພາຍໃນປະເທດ ແລະ ສາກົນເຂົ້າໃຈກ່ຽວກັບຈຸດວັດທະນະທຳ ກໍ່ຄືທັດສະນີຍະພາບທຳມະຊາດຂອງແຂວງເຊີນລາກ່ວາອີກ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ