ພາບປະກອບ
|
(vovworld) – ງານວາງສະແດງເຄື່ອງອາໄລ່ລົດຂອງງານຕະຫຼາດນັດວາງສະແດງອຸດສາຫະກຳລົດໂອໂຕ ຫຼຽວເຈົາ ປະເທດຈີນ - ອາຊຽນ ຄັ້ງທີ 6 ຖືກຈັດຂຶ້ນຢູ່ນະຄອນ ຫຼຽວເຈົາ, ແຂວງ ກວາງສີ, ປະເທດ ຈີນ ແຕ່ວັນທີ 21 – 23/10. ບັນດາຜະລິດຕະພັນ ແລະ ເຕັກໂນໂລຢີໃນຂົງເຂດອາໄລ່ລົດໂອໂຕຂອງວິສາຫະກິດອາໄລ່ລົດໂອໂຕຂອງຈີນ ແລະ ຮົງກົງ (ປະເທດຈີນ) 700 ແຫ່ງໄດ້ສະເໜີຕົວຕໍ່ມະຫາຊົນໃນງານວາງສະແດງຄັ້ງນີ້.
ພ້ອມກັບການສ້າງຕັ້ງເຂດການຄ້າເສລີ ຈີນ - ອາຊຽນ, ການພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ ນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ສະໜອງກາລະໂອກາດທີ່ດີໃຫ້ແກ່ການຮ່ວມມືໃນຂົງເຂດອຸສາຫະກຳລົດໂອໂຕລະຫວ່າງ 2 ຝ່າຍ. ນັບມື້ນັບມີວິສາຫະກິດລົດໂອໂຕ ຈີນ ຫຼາຍແຫ່ງກາຍເປັນຄູ່ຮ່ວມມືຂອງບັນດາປະເທດ ອາຊຽນ, ສົມທົບກັນເປີດກ້ວາງຕະຫຼາດໂອໂຕ ອາຊຽນ.