(vovworld) – ຕອນຄໍ່າວັນທີ 16/04, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກຸຍບາ, ສະຖານທູດກຸຍບາ ປະຈຳຫວຽດນາມ ໄດ້ສົມທົບກັນຈັດຕັ້ງງານພົບປະມິດຕະພາບ ເພື່ອສະເຫີຼມສະຫຼອງ 52 ປີແຫ່ງວັນໄຊຊະນະ Hiron ປະຫວັດສາດຂອງປະຊາຊົນກຸຍບາ (19/04/1961 – 19/04/2013). ກ່າວຄຳເຫັນຢູ່ພິທີ, ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຸຍບາ ຫງວຽນຢຸຍເກືອງ ເນັ້ນໜັກວ່າ; ໄຊຊະນະ Hiron ຂອງປະຊາຊົນກຸຍບາ ເມື່ອວັທີ 19/04/1961 ມີຄວາມໝາຍທີ່ໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົກປັກຮັກສາພື້ນຖານເອກະລາດແຫ່ງຊາດຂອງປະຊາຊົນກຸຍບາ ເວົ້ນສະເພາະ ແລະ ຂອງທົ່ວເຂດອາເມລິກາລາຕີນ ເວົ້າລວມ; ແມ່ນການປຸກລະດົມກຳລັງໃຈອັນໃຫຍ່ຫຼວງທີ່ມີຕໍ່ຂະບວນການປົດປ່ອຍຊາດຂອງໂລກທີ 3, ໃນນັ້ນມີປະຊາຊົນຫວຽດນາມ. ເມື່ອຫວນຄືນການພົວພັນລະຫວ່າງ 2 ປະເທດຫວຽດນາມ - ກຸຍບາ, ທ່ານ ຫງວຽນຢຸຍເກືອງ ໃຫ້ຮູ້ວ່າ; ໃນຕະຫຼອດກວ່າເຄຶ່ງສະຕະວັດທີ່ຜ່ານມາ, 2 ຊາດຫວຽດນາມ ແລະ ກຸຍບາ ໄດ້ສາມັກຄີ, ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ພ້ອມກັນແບ່ງປັນຄວາມສຸກເມື່ອໄດ້ຮັບໄຊຊະນະ. ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຸຍບາ ຫງວຽນຢຸຍເກືອງ, ທ່ານທີ່ປຶກສາດ້ານເສດຖະກິດສະຖານທູດກຸຍບາ Loida Rivera ແລະທ່ານປະທານສະມາຄົມສະວິດ - ກຸຍບາ Jauch Federico ໄດ້ພ້ອມກັນຢືນຢັນຄວາມສາມັກຄີ ແລະ ການສະໜັບສະໜູນຂອງສາກົນສຳລັບປະຊາຊົນກຸຍບາ.