​ງານພົບປະແລກປ່ຽນກຸ່ມແມ່ຍິງອາຊຽນຢູ່ຈີນ

​ງານພົບປະແລກປ່ຽນກຸ່ມແມ່ຍິງອາຊຽນຢູ່ຈີນ - ảnh 1
(ງານພົບປະແລກປ່ຽນກຸ່ມແມ່ຍິງອາຊຽນຢູ່ຈີນ)

(vovworld) - ວັນ​ທີ 01/04, ສະ​ຖານ​ທູດ​ຫວຽດ​ນາມ​ ປະ​ຈຳ​ຈ​ີນ ໄດ້​​ຈັດ​ງານ​ພົບ​ປະ​ແລ​ກ​ປ່ຽນ​ກຸ່ມ​ແມ່​ຍິງ​ອາ​ຊຽນ ຢູ່​ຈີນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍິງ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ຈ​ີນ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ Columbia, ​ຜູ້ຕາງ​ໜ້າ​ໃຫ້​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຈີ​ນ, ສູນ​ອາ​ຊຽນ - ຈີນ ແລະ ບັນ​ດາ​ພະ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍິງ, ພັນ​ລະ​ຍາ​​ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈ​ຳ​ຈີນ. ກ່າວ​ຄຳ​ເຫັນ​​ນະ​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຈີນ ດັ້ງ​ມິງ​ຄອຍ ຢືນ​ຢັນ​ວ່າ, ແມ່​ຍິງ, ດ້ວຍ​ຖາ​ນະ​​ເປັນ​ຜູ້​ຕາງ​ໜ້າ​ທາງ​ການ​ທູດ​ຂອງ​ປະ​ເທດ ຫຼື ບັນ​ດາ​ຜູ້​ເປັນ​ເມຍ, ເປັນ​ແມ່​ໃນ​ຄອບ​ຄົວ ລ້ວນ​ແຕ່​ມີ​ຄວາມ​ໝາຍ​​ໃນ​ກາ​ນ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສັງ​ຄົມຢ່າງ​ຕັ້ງ​ໜ້າ, ຜ່ານນັ້ນ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ປັບ​ປຸງ​ຄວາມ​ສາ​ມ​ັກ​ຄີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.

ຂ່າວ/ບົດ​ອື່ນ