ງານພົບປະແລກປ່ຽນລະຫວ່າງບັນດາອົງການຕາງໜ້າຂອງ ອາຊຽນ ປະຈຳ ຢູແກຼນ

ງານພົບປະແລກປ່ຽນລະຫວ່າງບັນດາອົງການຕາງໜ້າຂອງ ອາຊຽນ ປະຈຳ ຢູແກຼນ - ảnh 1
ພິທີເຄົາລົບທຸງອາຊຽນ
(ພາບ: Chinhphu.vn)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967 – 8/8/2012), ສະຖານທູດ​ຫວຽດນາມ ປະຈຳ ຢູ​ແກຼນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ ​ແລະ ງານ​ແລກປ່ຽນ​ທີ່​ເປັນ​ມູນ​ເຊື້ອ​ກັບ​ພະນັກງານ, ລັດຖະກອນ​ທູຕານຸທູດ​ບັນດາ​ປະ​ເທດ ອາ​ຊຽນ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫຼວງ Kiev. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ແລກປ່ຽນ, ບັນດາ​ເອກ​ອັກຄະ​ລັດຖະທູດ ອາ​ຊຽນ ​ເນັ້ນ​ໜັກ​ວ່າ: ຜ່ານ 17 ປີ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ​ແລະ ​ໃນ​​ໄລຍະ​ພັດທະນາ​ໃໝ່​ຂອງ​ສະຫະ​ສະມາຄົມ, ຍາມ​ໃດ​ຫວຽດນາມ ກໍ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ປະກອບສ່ວນ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້ໝັ້ນຄົງ, ສາມັກຄີ ​ແລະ ສະ​ໜິດ​ຕິ​ດພັນ​ຢ່າງ​ແໜ້ນ​ແຟ້ນ, ນັບ​ມື້​ນັບ​ມີ​ບົດບາດ ​ແລະ ທີ່​ຕັ້ງ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ອາ​ຊຽນ ​ໄດ້ ​ແລະ ຈະ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ສຳຄັນ​ໃນ​ແນວ​ທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ຝ່າຍ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ