(vovworld) - ຢູ່ສູນກອງປະຊຸມສາກົນ Kualalumpur, ສະຖານທູດຫວຽດນາມ ຫາກໍຈັດເວທີປາໄສງານພົບປະແລກປ່ຽນວັດທະນະທລະຫວ່າງແມ່ຍິງຳບັນດາປະເທດອາຊຽນ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ Hoang Thi Quynh Luu, ພັນລະຍາຂອງເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ, ໄດ້ທົບທວນຄືນບັນດາການເຄື່ອນໄຫວຂອງສະມາຄົມແມ່ຍິງຫວຽດນາມ ປະຈຳມາເລເຊຍ ໃນໄລຍະຜ່ານມາ ແລະ ບັນດາການປະກອບສ່ວນຂອງສະມາຄົມເຂົ້າໃນການເຄື່ອນໄຫວລວມຂອງສະມາຄົມແມ່ຍິງອາຊຽນ. ທ່ານາງປາດຖະໜາວ່າ ເວທີປາໄສພົບປະແລກປ່ຽນວັດທະນະທຳແມ່ຍິງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີລະຫວ່າງແມ່ຍິງເວົ້າສະເພາະ ແລະ ປະຊາຊົນບັນດາປະເທດອາຊຽນເວົ້າລວມກວ່າອີກ, ພ້ອມທັງປະກອບສ່ວນສ້າງປະຊາຄົມອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.