ງານວາງສະແດງ“ປະທານໂຮ່ຈິມິນກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທຸກຂັ້ນ”
(ງານວາງສະແດງປະທານໂຮ່ຈິມິນ
ກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ)
(vovworld) - ງານວາງສະແດງ “ປະທານໂຮ່ຈິມິນ ກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ” ຖືກຈັດຂຶ້ນທີ່ຫໍພິພິທະພັນໂຮ່ຈິມິນ ຢູ່ຮ່າໂນ້ຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 126 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2016) ແລະ ການປະຕິບັດວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 - 2021”.
ທີ່ງານວາງສະແດງມີເອກະສານ, ພາບຖ່າຍ, ວັດຖຸພັນກວ່າ 200 ຢ່າງໄດ້ແນະນຳໃຫ້ມະຫາຊົນກ່ຽວກັບບຸນຄຸນ ແລະ ການຊີ້ນຳນຳພາອັນສະຫຼາດສ່ອງໄສຂອງປະທານໂຮ່ຈິມິນ ໃນວິວັດການກະກຽມທຸກກ່ຽວກັບດ້ານແນວຄິດ, ການເມືອງ ແລະ ການຈັດຕັ້ງເລືອກຕັ້ງ ສະມາຊິກສະພາແຫ່ງຊາດການທົ່ວປະເທດຄັ້ງທຳອິດຂອງປະເທດ ສາທາລະນະປະຊາທິປະໄຕຫວຽດນາມ ປີ 1946 ກ່ຽວກັບບັນດາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນຄັ້ງຕ່າງໆ. ທ່ານນາງ ຫງວຽນທຸຍດຶກ, ຜູ້ຮັກສາການຫົວໜ້າຫໍພິພິທະພັນໂຮ່ຈິມິນ, ຢືນຢັນວ່າ.
“ຫໍພິພິທະພັນໄດ້ວາງສະແດງເອກະສານ, ວັດຖຸພັນ ຫຼາຍຢ່າງ, ພິເສດແມ່ນບັນດາພາບຖ່າຍ ເຖິງວ່າເປັນເຫດການດຽວກັນ, ແຕ່ໄດ້ຖ່າຍເອົາຢູ່ຫຼາຍແງ່ມູນແຕກຕ່າງກັນ ກ່ຽວກັບປະທານໂຮ່ຈິມິນ ແລະ ບັນດາສະຫາຍໃນອຳນາດການປົກຄອງປະຕິວັດຫວຽດນາມ ທີ່ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງປະຖົມມະເລິກ. ແລະປາດຖະໜາວ່າ, ງານວາງສະແດງຄັ້ງນີ້ແມ່ນເພື່ອຊ່ວຍໃຫ້ປະຊາຊົນ, ພິເສດແມ່ນໄວໜຸ່ມລຸ່ນປະຈຸບັນເຂົ້າໃຈ ແລະ ກຳແໜ້ນບັນດາຂໍ້ມູນທີ່ມີຄວາມໝາຍ, ມີຄວາມຮັບຜິດຊອບກວ່າ ເມື່ອເຂົ້າຮ່ວມການເລືອກຄັ້ງ ແລະ ນັ້ນກໍແມ່ນສິດຂອງເຂົາເຈົ້າ”.
ງານວາງສະແດງຄັ້ງນີ້ຈະດຳເນີນໄປ ຈົນຮອດວັນທີ 31/05 ຈຶ່ງຈະອັດລົງ.