ງານວາງສະແດງວິຈິດສິນ“ເຊື່ອມຕໍ່ຄວາມຮັກ”ລາວ,ໄທ,ຫວຽດນາມ
ກວກແຄ໋ງ,ນັກຂ່າວVOVປະຈຳລາວ -  
(ງານວາງສະແດງວິຈິດສິນ “ເຊື່ອມຕໍ່ຄວາມຮັກ” ລາວ, ໄທ, ຫວຽດນາມ)
(vovworld) – ງານວາງສະແດງວິຈິດສິນ “ເຊື່ອມຕໍ່ຄວາມຮັກ” ລາວ, ໄທ, ຫວຽດນາມ ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ຈັດຕັ້ງໃນວັນທີ 19/12, ຢູ່ວຽງຈັນ, ປະເທດລາວ. ງານວາງສະແດງມີຄວາມໝາຍສຳຄັນໃນຊີວິດດ້ານວັດທະນະທຳ ປະຊາຄົມບັນດາປະເທດອາຊຽນ, ຊ່ວຍໃຫ້ບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ ຫຍັບມໍ່ໃກ້ກັນ ແລະ ຕິດພັນນຳກັນກວ່າ. ມີກວ່າ 100 ຜະລິດຕະພັນວິຈິດສິນຂອງນັກຈິດຕະກຳລາວ, ໂທ ແລະ ນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ແຂວງ ຂອນແກ່ນ, ໄທ. ບັນດາຜະລິດຕະພັນວິຈິດສິນໄດ້ສ່ອງແສງໃຫ້ເຫັນຈຸດທີ່ຄ້າຍຄືກັນກ່ຽວກັບວັດທະນະທຳ, ມະນຸດ ແລະ ຊີວິດສັງຄົມຂອງຊົນເຜົ່າ ອີສານ ຢູ່ 17 ແຂວງທິດຕາເວັນອອກສຽງເໜືອຂອງໄທ ດ້ວຍຊົນເຜົ່າລາວ ແລະ ຊົນເຜົ່າໄທ ຢູ່ພາກເໜືອຂອງຫວຽດນາມ ໃນປະຊາຊົນບັນດາເຜົ່າອາຊຽນ.
ກວກແຄ໋ງ,ນັກຂ່າວVOVປະຈຳລາວ