(vovworld) – ຕອນເຊົ້າວັນທີ 29/4, ຢູ່ສາໂມສອນນະຄອນໂຮ່ຈີມິນ, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 37 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບຸນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສະເຫຼີມສະຫຼອງ 126 ປີແຫ່ງວັນກຳມະກອນສາກົນ 1/5. ທີ່ພິທີສະເຫຼີມສະຫຼອງ, ທ່ານ Le Hoang Quan, ປະທານຄະນະກຳມະການປະຊາຊົນນະຄອນ ຢືນຢັນວ່າ: ປະເທດຊາດກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ, ແຕ່ວ່າຄຸນຄ່າຂອງການຕໍ່ສູ້ກູ້ຊາດທີ່ໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ດ້ວຍມະຫາໄຊລະດູບານໃໝ່ 1975 ຍັງຄົງຄົງຕົວຕະຫຼອດໄປທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ Le Hoang Quan ເນັ້ນໜັກວ່າ:
“ກ່ອນນີ້ 37, ອງົຄະນະພັກ ແລະ ປະຊາຊົນນະຄອນໄດ້ປະກອບສ່ວນສ້າງມະຫາໄຊລະດູບານໃໝ່ປະຫວັດສາດ, ດ້ວຍຈິດໃຈປະຕິວັດບຸກໂຈມຕີ, ມີພິກໄຫວ., ພິລະອາດຫານ, ປະຈຸບັນ,ພວກເຮົາພວມສືບຕໍ່ເສີມຂະຫຍາຍມູນເຊື້ອສະຫງ່າລາສີນັ້ນໃນໜ້າທີ່ສ້າງສາ, ພັດທະນາ ແລະ ປົກປັກຮັກສານະຄອນທີ່ຮັກແພງ. “ເພື່ອປະເທດຊາດ, ພ້ອມກັບປະເທດຊາດ”, ນະຄອນ ໂຮ່ຈີມິນ ຕັດສິນໃຈມານະພະຍາຍາມຜ່ານຄວາມທົດສອບທຸກຢ່າງ, ກຳແໜ້ນຕົວຈິງ, ວາງອອກບັນດາໜ້າທີ່ຢ່າງທັນການ, ມາດຕະການເໝາະສົມ, ຮ່ວມແຮງຮ່ວມໃຈເພື່ອບັນລຸຜົນງານໃນທຸກໆຂົງເຂດ”
ກໍຢູ່ທີ່ງາມໂຮມຊຸມນຸມມິຕິງສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມກັບການນຳພັກ ແລະ ລັດໄດ້ມອບນາມມະຍົດອັນສູງສົ່ງຄື: ວິລະຊົນກຳລັງປະກອບອາວຸດປະຊາຊົນ, ລຽນໄຊເອກະລາດ, ຫຼຽນໄຊວິລະກຳ, ລາງວັນໂຮ່ຈີມິນ...ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນ ແລະ ມອບທຸງແຂ່ງຂັນຂອງນາຍົກລັດຖະມົນຕີໃຫ້ແການະຄອນ ໂຮ່ຈີມິນ - ນະຄອນນຳໜ້າໃນຂະບວນການແຂ່ງຂັນຂອງ 5 ນະຄອນ ຂຶ້ນກັບສູນກາງ.