ເກາະຟູກວກ - ກຽນຢາງ (ພາບ: ປະກອບ)
vovworld) – ປີທ່ອງທ່ຽວແຫ່ງຊາດ - ກຽນຢາງ ປີ 2016 ຄັ້ງທີ 1 ຈະໄຂຢ່າງເປັນທາງການໃນວັນທີ 30/4/2016 ແລະ ດຳເນີນໃນຕະຫຼອດປີ ດ້ວຍການເຄື່ອນໄຫວອຸດົມສົມບຸນຫລາຍຢ່າງ. ນີ້ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳມີຮູບຮ່າງ, ບໍ່ມີຮູບຮ່າງ, ຊັບພະຍາກອນ ແລະ ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງ ກຽນຢາງ, ປະກອບສ່ວນພັດທະນາການທ່ອງທ່ຽວທະເລ, ໝູ່ເກາະໄດ້ກາຍເປັນຜະລິດຕະພັນການທ່ອງທ່ຽວພິເສດຂອງແຂວງ ກຽນຢາງ ແລະ ເຂດທົ່ງພຽງແນ່ນ້ຳຂອງພາກໃຕ້ ຫວຽດນາມ. ທີ່ກອງປະຊຸມຄະນະຊີ້ນຳຊຶ່ງດຳເນີນໃນຕອນເຊົ້າວັນທີ 24/7, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງຕ໋ວນແອງ, ລັດຖະມົນຕີວ່າການກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ 2016 - ກຽນຢາງ ລວມມີກ່ວາ 50 ການເຄື່ອນໄຫວໃຫຍ່ ແລະ ນ້ອຍ…ໃນນັ້ນ, ແຂວງ ກຽນຢາງ ຈະເປັນເຈົ້າພາບ 11 ການເຄື່ອນໄຫວ, ບັນດາແຂວງ, ນະຄອນໃນເຂດແຄ້ວນຈະເຂົ້າຮ່ວມດ້ວຍເກືອບ 40 ການເຄື່ອນໄຫວຕາມແຕ່ລະເດືອນ, ແຕ່ເດືອນ 2 ເຖິງທ້າຍເດືອນ 11 ໃນປີ.