ຈັດການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຢູ່ຕ່າງປະເທດ
(ວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຢູ່ນະຄອນຫຼວງ Kiev)
(vovworld) - ພ້ອມກັບບັນຍາກາດທີ່ຟົດຟຶ້ນຂອງຊາວໜຸ່ມໃນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (26/03/1931 – 26/03/2016), ວັນທີ 26/03, ຢູ່ອີນເດຍ, ສະຖານທູດຫວຽດນາມ ປະຈຳອີນເດຍ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ສະຖານທູດໄດ້ຈັດກອງປະຊຸມໃຫຍ່ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ອີນເດຍ ແລະ ສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຈຸງກຽນ, ເລຂາຄະນະຊາວໜຸ່ມສະຖານທູດ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບການຈັດຕັ້ງແມ່ນເພື່ອແນໃສ່ຊ່ວຍໃຫ້ສະມາຊິກຊາວໜຸ່ມ, ນັກສຶກສາມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ມູນເຊື້ອການປະຕິວັດທີ່ສະຫງ່າອົງອາດຂອງລຸ່ນກ່ອນໆ; ກຳແໜ້ນສະພາບການຮ່ຳຮຽນ, ການດຳເນີນຊີວິດ ແລະ ການເຄື່ອນໄຫວຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ ນັກສຶກສາຢູ່ບັນດາລັດໃນອີນເດຍ.
ແລະກໍໃນວັນດຽວກັນ, ຢູ່ນະຄອນຫຼວງ Kiev, ສ.ຢູແກຼນ ເປັນຄັ້ງທຳອິດທີ່ໄດ້ຈັດການເຄື່ອນໄຫວສະແດງສິລະປະ, ກິລາ ໃນຂອບເຂດທົ່ວປະເທດຢູແກຼນ, ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ.