ຈີນຄວບຄຸມຄວາມສະຫງົບພາຍຫຼັງເຫດວາງລະເບີດຢູ່ສະຖານີລົດໄຟຊິນຈຽງ
(ພາບ: Reuters)
(vovworld) – ອຳນາດການປົກຄອງຈີນ ຄວບຄຸມຄວາມສະຫງົບໃນວັນທີ 1/5 ພາຍຫຼັງເກີດເຫດກໍ່ການຮ້າຍຢູ່ສະຖານີລົດໄຟໃຫຍ່ກວ່າໝູ່ຢູ່ເມືອງເອກ Urumqi ໃນເຂດປົກຄອງດ້ວຍຕົນເອງ ໄຢອູຢີ້ - ຊິນຈຽງ, ທາງທິດຕາເວັນຕົກສຽງເໜືອຈີນ. ຢູ່ນະຄອນຫຼວງປັກກິງ, ກຳລັງຕຳຫຼວດທັງໝົດຖືກຈັດວາງໃນສະພາບເຕືອນໄພສູງແລະ ຕ້ອງເພີ່ມທະວີການລາດຕະເວນ 24/24 ຊົ່ວໂມງຢູ່ທຸກແຫ່ງທີ່ມີປະຊາຊົນເຕົ້າໂຮມເປັນຈຳນວນຫຼວງຫຼາຍ ເພື່ອຄົ້ນພົບບັນດາປັດໃຈຜິດປົກກະຕິໃນທັນທີ. ຢູ່ ກວາງເຈົາ ຂຶ້ນກັບແຂວງກວາງຕຸງ, ຕຳຫຼວດກວ່າ 10.000 ຄົນ ກໍ່ໄດ້ປະກອບປືນເພື່ອລາດຕະເວນຕາມຖະໜົນຫົວທາງສາຍຕ່າງໆ. ໃນຂະນະນັ້ນ, ຢູ່ ຊິນຈຽງ, ອຳນາດການປົກຄອງທ້ອງຖີ່ນໄດ້ລະດົມກຳລັງທັງໝົດເພື່ອຮັບປະກັນຄວາມປອດໄພ ແລະ ສະໜອງເງື່ອນໄຂການແພດດີທີ່ສຸດໃຫ້ຜູ້ປະສົບເຄາະຮ້າຍ. ສະພາບຄວາມເປັນລະບຽບຮຽບຮ້ອຍສັງຄົມກໍ່ໄດ້ຮັບການຟື້ນຟູ, ໃນຂະນະນັ້ນ, ຜູ້ຖືກບາດເຈັບເບົາຈຳນວນໜຶ່ງກໍ່ໄດ້ອອກຈາກໂຮງໝໍແລ້ວ.
ຕາມຂ່າວຫຼ້າສຸດຂອງຕຳຫຼວດຈີນ. ເຫດວາງລະເບີດດັ່ງກ່າວເຮັດໃຫ້ 3 ຄົນເສຍຊີວິດ ແລະ 79 ຄົນຖືກບາດເຈັບ. ໃນຈຳນວນຜູ້ເສຍຊີວິດນັ້ນ ມີ 2 ຄົນຖືກສົງໃສວ່າເປັນຕົວການກໍ່ການຮ້າຍ. 2 ຄົນນີ້ເຄີຍເຂົ້າຮ່ວມການເຄື່ອນໄຫວສາສະໜາຫົວຮຸນແຮງຕ່າງໆ ແລະ ຖືກຜົນສະທ້ອນຢ່າງເລິກເຊິ່ງຈາກການເຄື່ອນໄຫວເຫຼົ່ານັ້ນ.