ຈີນພ້ອມແລ້ວທີ່ຈະຮ່ວມມືກັບອາຊຽນ ເພື່ອພັດທະນາວັກຊິນປ້ອງກັນໂລກລະບາດໂຄວິດ-19

(VOVWORLD) -ວັນທີ 11 ມິຖຸນາ, ທ່ານເອກອັກຄະລັດຖະທູດຈີນ ປະຈຳອາຊຽນ ຕັງຊີຈີນ ຖະແຫຼງວ່າ, ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດອາຊຽນ ເພື່ອຄົ້ນຄວ້າ ແລະ ພັດທະນາວັກຊິນຊະນິດຕ່າງໆເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ກ່າວຄຳເຫັນທີ່ກອງປະຊຸມຂ່າວທາງອິນເຕີແນັດ, ທ່ານເອກອັກຄະລັດຖະທູດ ຕັງຊີຈີນ ໃຫ້ຮູ້ວ່າ, 2 ຝ່າຍໄດ້ມີບາງການຮ່ວມມືເພື່ອຕ້ານໂລກລະບາດໂຄວິດ-19 ເມື່ອມັນແຜ່ລະບາດຢູ່ພາກພື້ນ, ຊຸກຍູ້ຄວາມເຫັນດີເຫັນພ້ອມໃນພາກພື້ນກ່ຽວກັບມາດຕະການຮັບມືລວມໝູ່ຢ່າງແຮງກວ່າ, ພ້ອມທັງເພີ່ມທະວີການພົວພັນດ້ານການຄ້າລະຫວ່າງ 2 ຝ່າຍ. ຕາມທ່ານ ຕັງຊີຈີນ ແລ້ວ, ຈີນ ແລະ ອາຊຽນ ມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງໃນການຄົ້ນຄວ້າ, ພັດທະນາ, ຜະລິດວັກຊິນ ປ້ອງກັນໂລກລະບາດໂຄວິດ-19 ແລະ ປັກກິງ ກໍ່ພວມລໍຄອຍການຮ່ວມມືໃນຂົງເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ