ຈີນສືບຕໍ່ຮ່ວມມືກັບ ອາຊຽນ ເພື່ອສ້າງ COC

ຈີນສືບຕໍ່ຮ່ວມມືກັບ ອາຊຽນ ເພື່ອສ້າງ COC - ảnh 1

(ພາບ:tamnhin.net)

(VOV)- ​​​ວັນ​ທີ 16/11, ຂ່າວສານ​ຊີ​ນຮົວ ​ໄດ້​ຄັດ​ສະ​ເໜີ​ຄຳ​ປາ​ໄສ​ຂອງ​ທ່ານ​ຫົງ​ເລີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໂດຍ​ຊີ້​ແຈງ​ວ່າ: ຈີນ​ ​ແລະ ອາຊຽນ ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ເພື່ອ​ສ້າງ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ການ​​ກ່າວຄຳ​ປາ​ໄສ​ກ່ຽວຂ້ອງ​ເຖິງ​ວິວັດ​ການ​ປຶກສາ​ຫາລື​ກ່ຽວ​ກັບ COC, ທ່ານ​ຫົງ​ເລີຍ ​ເນັ້ນໜັກ​ວ່າ ຈີນ​ ​ແລະ ອາຊຽນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ຮັກສາ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ພື້ນຖານ​ການ​​ປະຕິບັດຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ທ່ານ​ແລ້ວ, ສອງ​ຝ່າຍ​ຈະ​ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ເຈລະຈາ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​​ບັນລຸ​ໄດ້​ຫຼັກການ​ປະພຶດ​. ກ່ອນ​ໜ້ານັ້ນ, ​ໃນ ທ້າຍ​ເດືອນ 7/2012 ຜ່ານ​ມາ, ອາ​ຊຽນ ​ໄດ້ປະກາດ “ຫຼັກການ 6 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ“ ​ໃນ​ນັ້ນ​ໄດ້​ຢືນຢັນ​ຄືນ​ໃໝ່​ຄຳໝັ້ນສັນຍາ​ຂອງ​ບັນດ​າປະ​ເທດ​ສະມາຊິກ​ເພື່ອປະຕິບັດຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຈະ​ບັນລຸ​​ຫຼັກການຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນອອກ​ໄດ້​​ໂດຍ​ໄວ.

ຂ່າວ/ບົດ​ອື່ນ