ຈີນເລີ່ມປະຕິບັດກົນໄກແກ້ໄຂການຂັດແຍ້ງກັນຂອງ WTO ສຳລັບອາເມລິກາ

(VOVWORLD) -ວັນທີ 14 ສິງຫາ, ກະຊວງການຄ້າຈີນ ແຈ້ງວ່າ, ໄດ້ສົ່ງເສີມລະບຽບການແກ້ໄຂການຂັດແຍ້ງກັນຂອງອົງການການຄ້າໂລກ (WTO) ທີ່ກ່ຽວຂ້ອງເຖິງບັນດາມາດຕະການອາລັກຂາຂອງອາເມລິກາ ສຳລັບສິນຄ້າປະເພດໄຟຟ້າໃຊ້ພະລັງງານແສງຕາເວັນ ນຳເຂົ້າ
ຈີນເລີ່ມປະຕິບັດກົນໄກແກ້ໄຂການຂັດແຍ້ງກັນຂອງ WTO ສຳລັບອາເມລິກາ - ảnh 1(ພາບປະກອບ: Reuters)

 ກໍ່ຄືໜູນຊ່ວຍລາຄາໃຫ້ສິນຄ້າພະລັງງານຜະລິດຄືນໃໝ່. ໂຄສົກກະຊວງການຄ້າຈີນ ໄດ້ເນັ້ນໜັກເຖິງບັນດາມາດຕະການອາລັກຂາທີ່ຂາດຄວາມສະເໝີພາບ, ບໍ່ພຽງແຕ່ກໍ່ຄວາມເສຍຫາຍເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຈີນ ເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງຄວາມເຂັ້ມງວດ ແລະ ສິດອຳນາດຂອງບັນດາຫຼັກການ WTO. ໂຄສົກທ່ານນີ້ຍັງໃຫ້ຮູ້ວ່າ, ນອກຈາກບັນດາມາດຕະການອາລັກຂາແລ້ວ, ອາເມລິກາ ຍັງເພີ່ມເຕີ່ມບັນດາມາດຕະການໜູນຊ່ວຍລາຄາໃຫ້ສິນຄ້າບັນດາປະເພດພະລັງງານຜະລິດຄືນໃໝ່ຢູ່ພາຍໃນປະເທດ… ສ້າງທ່າແກ່ງແຍ້ງບໍ່ສະເໝີພາບເຖິງຂະແໜງອຸດສາຫະກຳນີ້, ພ້ອມທັງກໍ່ຄວາມເສຍຫາຍຕໍ່ສິດ ແລະ ຜົນປະໂຫຍດຂອງບັນດາບໍລິສັດພະລັງງານຜະລິດຄືນໃໝ່ຂອງຈີນ.

        ກ່ອນໜ້ານັ້ນ, ອາເມລິກາ ໄດ້ຈັດວາງອັດຕາພາສີເພີ່ມເຕີ່ມຂຶ້ນເຖິງ 30% ສຳລັບບັນດາປະເພດສິນຄ້າໃຊ້ພະລັງງານເພື່ອຜະລິດໄຟຟ້ານຳເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ