ຈີນແລະລັດເຊຍອອກຖະແຫຼງການຮ່ວມກ່ຽວກັບວິກິດການຢູ່ຊີຮີ
(ພາບປະກອບ)
(vovworld) – ຄຳຖະແຫຼງນີ້ໂດຍກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຈີນ ແລະສະພາສູງລັດເຊຍລົງນາມໃນວັນທີ 26/9. ໃນຖະແຫຼງການຊີ້ແຈ້ງວ່າ ການເຈລະຈາແມ່ນວິທີການແກ້ໄຂດີທີ່ສຸດໃຫ້ບັນຫາຊີຮີ ແລະ ຖືວ່າການນຳໃຊ້ກຳລັງອາວຸດ ຫຼືການແຊກແຊງດ້ານການທະຫານຈາກພາຍນອກແມ່ນບໍ່ອາດຮັບຮູ້ໄດ້. ສອງປະເທດສະແດງຄວາມວິຕົກກັງວົນຕໍ່ຂໍ້ມູນຂ່າວກ່ຽວກັບການນຳໃຊ້ອາວຸດເຄມີຢູ່ຊີຮີ ພ້ອມທັງສະໜັບສະໜູນການສືບສວນສາກົນຢ່າງພາວະວິໄສ ແລະ ຊັດເຈນກ່ຽວກັບເຫດການດັ່ງກ່າວ. ໃນຖະແຫຼງການ, ລັດເຊຍ ແລະ ຈີນ ຊົມເຊີຍຂໍ້ຕົກລົງຂອງຄະນະການນຳຊີຮີ ທີ່ເຂົ້າຮ່ວມສົນທິສັນຍາອາວຸດເຄມີ ກໍ່ຄືຂໍ້ຕົກລົງແມ່ ລັດເຊຍ - ອາເມລິກາ ກ່ຽວກັບການແກ້ໄຂບັນຫາອາວຸດເຄມີຢູ່ຊີຮີ. ຖະແຫຼງເນັ້ນໜັກວ່າ ປະຊາຊົນ ແລະ ອົງການນິຕິບັນຍັດຂອງຈີນ ແລະ ລັດເຊຍຈະດຳເນີນກອງປະຊຸມສາກົນທີ 2 ກ່ຽວກັບຊີຮີ ຢູ່ເຊີແນວ, ປະເທດສະວິດຢ່າງໄວ.