ລັດຖະມົນຕີການຕ່າງປະເທດ ອາເມລິກາ Kerry
ແລະ ຄູ່ຕຳແໜ່ງ ຈີນ ຫວາງອີ
(ພາບ: news.cn)
(vovworld) – ທີ່ວາລະປະຊຸມໃນວັນທີ 06/06, ໃນຂອບເຂດການເຈລະຈາແຜນຍຸດທະສາດ ແລະ ເສດຖະກິດ ຈີນ - ອາເມລິກາ (S&ED) ຄັ້ງທີ 8, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຮຽກຮ້ອງທັງ ອາເມລິກາ ແລະ ຈີນ ພ້ອມກັນມານະພະຍາຍາມ ເພື່ອແນໃສ່ຊອກຫາມາດຕະການທາງການທູດ ເພື່ອແກ້ໄຂສະພາບເຄັ່ງຕຶງທີ່ພວມປີນຂັ້ນໄດຢູ່ທະເລຕາເວັນອອກ. ທ່ານ John Kerry ຊີ້ແຈ້ງວ່າ: ບໍ່ສາມາດແກ້ໄຂບັນຫາດັ່ງກ່າວ ດ້ວຍການກະທຳພຽງລຳພັງຝ່າຍດຽວ ຫາກຍັງຕ້ອງຜ່ານກົດໝາຍ, ການທູດ ແລະ ການເຈລະຈາ. ທ່ານ John Kerry ກໍ່ສະແດງຄວາມຫວັງວ່າ: ຈີນ ຈະແກ້ໄຂບັນຫານີ້ ດ້ວຍສັນຕິວິທີ. ເມື່ອແລກປ່ຽນກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ກະຕຸກຊຸກຍູ້ ຈີນ ກໍ່ຄວາມກົດດັນຕໍ່ ສປປ.ເກົາຫຼີ ພາຍຫລັງທີ່ ພຽງຢາງ ໄດ້ດຳເນີນເຫດທົດລອງນິວເຄຼຍເທື່ອທີ 4 ໃນວັນ 06/01 ແລະ ຫລັງຈາກນັ້ນ ກໍ່ຍິງທົດລອງລູກສອນໄຟນຳວິຖືຢ່າງລຽນຕິດ. ກ່ຽວກັບທາງດ້ານເສດຖະກິດ ຝ່າຍ ຈີນ ໃຫ້ຄຳໝັ້ນສັນຍາວ່າຈະມີການກະທຳ ເພື່ອແນໃສ່ຫລຸດຜ່ອນສະພາບການຜະລິດເຫຼືອເພື່ອ, ພ້ອມທັງ ກ່າວເຕືອນຄວາມເຄັ່ງຕຶງດ້ານການທູດ ອາດຈະມີຜົນສະທ້ອນເຖິງການພົວພັນດ້ານການຄ້າລະຫວ່າງ 2 ຝ່າຍ. ເມື່ອປຶກສາຫາລືກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ວົງການເຈົ້າໜ້າທີ່ຂັ້ນສູງ ອາເມລິກາ - ຈີນ ກໍ່ສະແດງຄວາມກຽມພ້ອມທີ່ຈະຮ່ວມມືໃນບັນຫານີ້. ຈີນ ໃຫ້ຮູ້ວ່າ: ຈະປະກອບ 3 ຕື້ USD ເພື່ອແນໃສ່ສ້າງກອງທຶນໃຫ້ບັນດາປະເທດພວມພັດທະນາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.