ຈີນໃຫ້ຄຳໝັ້ນສັນຍາສະໜັບສະໜູນອຳນາດການປົກຄອງ ຮົ່ງກົງ
(VOVWORLD) -ວັນທີ 16 ທັນວາ, ທີ່ການພົບປະກັບທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ ຢູ່ນະຄອນຫຼວງ ປັກກິ່ງ ປະເທດຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາຂອງ ລັດຖະບານສູນກາງຈະສືບຕໍ່ສະໜັບສະໜູນທ່ານນາງໃນການນຳໜ້າເຂດບໍລິຫານພິເສດ ຮົ່ງກົງ (ປະເທດຈີນ).
ທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ (ພາບ: TTXVN) |
ທ່ານ ສີຈິ້ນຜິງ ຖືວ່າ ທ່ານນາງ Carrie Lam ໄດ້ນຳໜ້າ ອຳນາດການປົກຄອງ ຮົ່ງກົງ (ປະເທດຈີນ) ໃນການນຳໃຊ້ບັນດານະໂຍບາຍ ແລະ ມາດຕະການໜູນຊ່ວຍວິສາຫະກິດ, ແກ້ໄຂບັນດາຂໍ້ຫຍຸ້ງຍາກຂອງປະຊາຊົນ, ຄົ້ນຄ້ວາບັນດາວິທີການແກ້ໄຂບັນດາຂໍ້ຄົງຄ້າງໃນສັງຄົມຢ່າງເຂັ້ມງວດ.
ລັດຖະບານຈີນຍາມໃດກໍ່ຢັ້ງຢືນວ່າ ຮົ່ງກົງແມ່ນ ເຂດບໍລິຫານພິເສດ ຂອງ ຈີນ, ບັນດາບັນຫາຂອງຮົ່ງກົງ ແມ່ນບັນດາບັນຫາພາຍໃນຂອງຈີນ. ລັດຖະບານຈີນ ມີຄວາມຕັດສິນໃຈປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມສະຫງົບ ແລະ ບັນດາຜົນປະໂຫຍດພັດທະນາ, ປະຕິບັດ ນະໂຍບາຍ “ປະເທດດຽວສອງລະບອບ” ແລະ ຄັດຄ້ານທຸກໆການແຊກແຊງໃດໆຈາກພາຍນອກ.
ບິກທ້ວນ - ນັກຂ່າວ vov ປະຈຳຈີນ