ຈີນ ປາດຖະໜາຢາກຫຼິກລ້ຽງກໍລະນີການຂັດແຍ້ງກັນຢູ່ແຫຼມເກົາຫຼີເພີ່ມຂຶ້ນ

(VOVWORLD) - ດ້ວຍຖານະເປັນປະເທດບ້ານໃກ້ເຮືອນຄຽງຂອງແຫຼມເກົາຫຼີ, ຈີນ ມີຄວາມສົນໃຈຕໍ່ການຜັນແປຂອງສະພາບການຢູ່ທີ່ນີ້ິ້ ແລະ ບັນດາທ່າອ່ຽງໃນການພົວພັນລະຫວ່າງ ສປປ.ເກົາຫຼີ - ສ.ເກົາຫຼີ.
ຈີນ ປາດຖະໜາຢາກຫຼິກລ້ຽງກໍລະນີການຂັດແຍ້ງກັນຢູ່ແຫຼມເກົາຫຼີເພີ່ມຂຶ້ນ - ảnh 1ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ໝາວໜິງ
(ພາບ: ກະຊວງການຕ່າງປະເທດຈີນ)

        ເມື່ອຕອບຄຳຖາມຂອງນັກຂ່າວທີ່ກອງປະຊຸມນັດສາມັນໃນວັນທີ 15 ຕຸລາ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ ໝາວໜິງ ຖືວ່າ, ດ້ວຍຖານະເປັນປະເທດບ້ານໃກ້ເຮືອນຄຽງຂອງແຫຼມເກົາຫຼີ, ຈີນ ມີຄວາມສົນໃຈຕໍ່ການຜັນແປຂອງສະພາບການຢູ່ທີ່ນີ້ິ້ ແລະ ບັນດາທ່າອ່ຽງໃນການພົວພັນລະຫວ່າງ ສປປ.ເກົາຫຼີ - ສ.ເກົາຫຼີ. ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ແມ່ນບໍ່ສອດຄ່ອງກັບຜົນປະໂຫຍດລວມຂອງທຸກໆຝ່າຍ, ບຸລິມະສິດແຖວໜ້າແມ່ນຫຼິກລ້ຽງກໍ່ລະນີຄວາມເຄັ່ງຕຶງເພີ່ມຂຶ້ນອີກ. ຫຼັກໝັ້ນຂອງ ຈີນ ໃນເລື່ອງຮັກສາຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ ແລະ ຊຸກຍູ້ການແກ້ໄຂດ້ານການເມືອງໃນບັນຫາຢູ່ແຫຼມນີ້ແມ່ນບໍ່ອາດປ່ຽນແປງໄດ້. ຈີນ ຫວັງວ່າ, ທຸກຝ່າຍຈະພ້ອມກັບຮ່ວມມືເພື່ອບັນລຸເປົ້າໝາຍດັ່ງກ່າວ.

        ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ກ່າວຫາ ສ.ເກົາຫຼີ ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບບິນເຂົ້າເຂດນ່ານຟ້າຂອງປະເທດນີ້ ແລະ ຖືວ່າ, ນີ້ແມ່ນການກະທຳເກາະຜິດດ້ານການເມືອງ, ການທະຫານ, ລະເມີດອະທິປະໄຕ ແລະ ຄວາມໝັ້ນຄົງຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ