ຈີນ ພ້ອມແລ້ວທີ່ຈະປະເຊີນໜ້າກັບສົງຄາມດ້ານການຄ້າ

(VOVWORLD) - ວັນທີ 30 ມີນາ, ຈີນ ຮຽກຮ້ອງເຈົ້າໜ້າທີ່ ອາເມລິກາ ຕີລາຄາຜົນຮ້າຍຢ້ອນຫລັງຂອງລັດທິອາລັກຂາການຄ້າຝ່າຍດຽວຢ່າງເຂັ້ມງວດ, ພ້ອມທັງ ເນັ້ນໜັກວ່າ ປັກກີງ ພ້ອມແລ້ວທີ່ຈະປະເຊີນໜ້າກັບທຸກສິ່ງທ້າທາຍ.
ຈີນ ພ້ອມແລ້ວທີ່ຈະປະເຊີນໜ້າກັບສົງຄາມດ້ານການຄ້າ - ảnh 1 (ພາບປະກອບ)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ລຸກຄາງ ເນັ້ນໜັກວ່າ: ຈີນ ໄດ້ຢືນຢັນເປັນຫລາຍຄັ້ງແລ້ວວ່າ ປະເທດນີ້ ບໍ່ຢາກກໍ່ໃຫ້ເກີດສົງຄາມການຄ້າ. ເຖິງຢ່າງໃດກໍ່ຕາມ, ຖ້າຫາກຖືກບັງຄັບໃຫ້ເຂົ້າຮ່ວມ ປັກກີງ ມີຄວາມເຊື່ອໝັ້ນວ່າຕົນເອງ ມີຄວາມສາມາດຮັບມືກັບທຸກສິ່ງທ້າທາຍ.

        ຕາມທ່ານ ລຸກຄາງ ແລ້ວ, ບໍ່ພຽງແຕ່ຊາວຜູ້ອອກແຮງງານໃນຂະແໜງກະສິກຳ ອາເມລິກາ ມີຄວາມວິຕົກກັງວົນ ເມື່ອການພົວພັນດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ຢູ່ໃນໂລກ ເຄັ່ງຕຶງເທົ່ານັ້ນ ຫາກນີ້ຍັງແມ່ນຄວາມວິຕົກກັງວົນລວມຂອງຜູ້ອຸປະໂພກບໍລິໂພກ ແລະ ປະຊາຄົມວິສາຫະກິດອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ