ເຫດລະເບີດຢູ່ນະຄອນ ທຽນສິນ ປະເທດຈີນ
ພາບ:kienthuc.net
|
(vovworld)-ໄລ່ມາຮອດວັນທີ15/8, ມີ 85 ຄົນຖືກເສຍຊີວິດໃນເຫດລະເບີດ ສາງສະສົມທາດເຄມີອັນຕະລາຍທີ່ນະຄອນທຽນສິນປະເທດຈີນ, ໃນນັ້ນ ມີ ນາຍແລະພົນຕຳຫຼວດດັບເພີງ 21 ຄົນ ແລະ ອີກ 720 ຄົນຖືກບາດເຈັບ. ຄາດວ່າຈຳນວນຜູ້ເສຍຊີວິດ ແລະ ບາດເຈັບອາດຈະເພີ່ມຂຶ້ນ ຍ້ອນອົງການກ່ຽວຂ້ອງບໍ່ທັນເກັບກຳໄດ້ບັນຊີລາຍຊື່ຜູ້ຖືກຫາຍສາບສູນ. ໃນວັນດຽວກັນ, ອຳນາດການປົກຄອງນະຄອນທຽນສິນ ໄດ້ສົ່ງບັນດາຫົວຫນ່ວຍກ່ຽວຂ້ອງລົງບ່ອນເກີດເຫດເພື່ອ ກອບກູ້ແລະແກ້ໄຂສຸກເສີນ. ຄາດວ່າ ເຫດລະເບີດຢູ່ນະຄອນ ທຽນສິນ ໄດ້ສົ່ງຜົນສະທ້ອນເຖິງ 17.000 ຄອບຄົວ, ກໍ່ຄວາມເສຍຫາຍໃຫ້ກວ່າ 2000 ວິສາຫະກິດ ແລະ ຮ້ານຂາຍສິນຄ້າ.