ຈຳນວນແຂກທ່ອງທ່ຽວໄປຢ້ຽມຢາມນະຄອນ ໂຮ່ຈີມິນ ໃນໂອກາດບຸນເຕັດເພີ່ມຂຶ້ນຫຼາຍ
(ພາບ: C.Long)
(vovworld) – ຈຳນວນແຂກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສງ 2013 ຢູ່ນະຄອນ ໂຮ່ຈີມິນ ເພີ່ມຂຶນຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ແຕ່ວັນທີ 1 – 9 ຂອງບຸນເຕັດ, ບໍລິສັດທ່ອງທ່ຽວ Viettraval ຮັບໃຊ້ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 35.000 ເທື່ອຄົນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ບໍລິສັດບໍລິການທ່ອງທ່ຽວ Saigontourist ຮັບໃຊ້ແຂກທ່ອງທ່ຽວ 20.000 ເທື່ອຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ທ່ານ ຫງວຽນເທ໋ວິງ, ຮອງຜູ້ອຳນວຍການບໍລິສັດບໍລິການທ່ອງທ່ຽວ Saigontourist ໃຫ້ຮູ້ວ່າ:
“ບໍລິສັດຜັນຂະຫຍາຍບັນດາລາຍການສົ່ງເສີມ ແລະ ລາຍການພົບປະກັບລູກຄ້າຢູ່ງານຕະຫຼາດນັດກ່ຽວກັບກຳປັ່ນທະເລສາກົນຕ່າງໆ ຢູ່ ອາເມລິກາ, ເອີລົບ, ນັບທັງຢູ່ ອາຊີ. ທາງບໍລິສັດກໍ່ມີລູກຄ້າຂອງບັນດາຕະຫຼາດ ເຢຍລະມັນ, ອາເມລິກາ, ແລະ ບາງປະເທດ ອາຊີອື່ນໆ ທີ່ເປັນລູກຄ້າຂອງ 2 ບໍລິສັດໃຫຍ່ Costa ແລະ Star Cruise ແລະ ບັນດາບໍລິສັດທ່ອງທ່ຽວທະເລອື່ນໆ ທີ່ມາ 2 – 3 ຖ້ຽວຕໍ່ປີ.”