(vovworld) - ໃນ 6 ເດືອນ ຕົ້ນປີ 2012, ການແລກປ່ຽນດ້ານການຄ້າລະຫວ່າງຈີເລ ແລະ ຫວຽດນາມ ມີທ່າແຮງເພີ່ມຂຶ້ນເມື່ອບັນລຸເກືອບ 321 ລ້ານ USD, ເພີ່ມຂຶ້ນ 38% ເມື່ອທ່ຽບໃສ່ປີ 2011. ໃນ 6 ເດືອນຕົ້ນປີ 2012, ວົງເງິນສົ່ງອອກສິນຄ້າຂອງຈີເລ ມາຂາຍໃຫ້ຫວຽດນາມ ບັນລຸປະມານ 239 ລ້ານ USD, ໃນຄະນະທີ່ວົງເງິນນຳເຂົ້າບັນລຸກວ່າ 82 ລ້ານ USD. ປະເທດອາເມລິກາໃຕ້ ນີ້ໄດ້ສົ່ງມາຫວຽດນາມ ບັນດາຜະລິດຕະພັນຕົ້ນຕໍມາຍັງຫວຽດນາມເຊົ່ນ ທອງແດງ, ເຫຼັກເສດ, ໄມ້ແປກ, ປູ ແລະ ນຳເຂົ້າເກີບໜັງ, ຊີມັງ, ປາຈາ, ກາເຟ… ເປັນສ່ວນຫຼາຍ ການແລກປ່ຽນດ້ານການຄ້າລະຫວ່າງຈີເລ ແລະ ຫວຽດນາມ ໃນ 6 ເດືອນຕົ້ນປີເພີ່ມຂຶ້ນສູງໃນສະພາບທີ່ການແລກປ່ຽນການຄ້າຕ່າງປະເທດຂອງຈີເລ ເພີ່ມຂຶ້ນພຽງ 2% ເມື່ອທຽບໃສ່ກັບປີ 2011, ໃນນັ້ນການສົ່ງອອກຫຼຸດລົງ 2,3%, ຍ້ອມຜົນທົບຈາກວິກິດການການເງິນສາກົນ.