ຊຸກຍູ້ການພັດທະນາເສດຖະກິດລະຫວ່າງບັນດາແຂວງເຂດຊາຍແດນຫວຽດນາມ-ຈີນ
ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວ
(ພາບ: hagiang.gov.vn)
(vovworld) - ໃນລະຫວ່າງວັນທີ 02 – 03/08, ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ມີການພົບປະກັບທ່ານນາງ ຈາງຊຽວຫຼານ, ຮອງເລຂາຄະນະພັກ, ເຈົ້າເມືອງ ເຈົາກວນຊານ, ແຂວງ ຢວຽນໜານ, ປະເທດຈີນ. ຢູ່ທີ່ນີ້, ທ່ານ ຫງວຽນວັນເຊີນ ສະເໝີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມຂອງການນຳ 2 ທ້ອງຖິ່ນ ແລະ ບັນດາເມືອງເຂດຊາຍແດນ, ຜ່ານນັ້ນຊຸກຍູ້ການພົບປະແລກປ່ຽນ ແລະ ຮ່ວມມືລະຫວ່າງ 2 ຝ່າຍໃນທຸກໆຂົງເຂດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. 2 ຝ່າຍຜັນຂະຫຍາຍວຽກງານສົມທົບກັນຢ່າງມີປະສິດທິຜົນ, ແກ້ໄຂເລື່ອງຄົນງານແຂວງຮ່າຢາງ ໄປເຮັດວຽກຢູ່ບັນດາທ້ອງຖິ່ນແຂວງຢວຽນໜານ (ຈີນ) ຢ່າງມີປະສິດທະຜົນ…
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຢາງ, ຄະນະຜູ້ແທນ ເຈົາກວນຊານ, ແຂວງ ຢວຽນໜານ ແລະ ການນຳຫຼັກແຫຼ່ງແຂວງ ຮ່າຢາງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການເປີດບ່ອນແຈ້ງພາສີສິນຄ້າລະຫວ່າງດ່ານຊາຍແດນສາກົນ ແທງທຸຍ (ຫວຽດນາມ) ແລະ ແທນປາວ (ຈີນ).