ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້າ​ນ ຫວຽດ​ນາມ - ອາ​ເມ​ລິ​ກາ ສູ່​ລວງ​ເລິກ

(VOVWORLD) -   ວັນທີ 15 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ.
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້າ​ນ ຫວຽດ​ນາມ - ອາ​ເມ​ລິ​ກາ ສູ່​ລວງ​ເລິກ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນໂອ້ລົມທາງໂທລະສັບກັບ ທ່ານ Robert O’Brien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. (ພາບ: baoquocte.vn) 

ໃນການໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien ໃຫ້ການຕີລາຄາວ່າ ການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງແຮງ, ຮອບດ້ານໃນຫຼາຍຂົງເຂດ; ພ້ອມທັງເຫັນດີນຳກັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ເຂົ້າສູ່ລວງເລິກ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນ ການສ້າງປະເທດ ຫວຽດນາມ ໃຫ້ “ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ”, ປະກອບສ່ວນຕັ້ງໜ້າແກ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.