ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງລັດແລະປະຊາຊົນສອງປະເທດຫວຽດນາມ-ເກຼັກ

ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງລັດແລະປະຊາຊົນສອງປະເທດຫວຽດນາມ-ເກຼັກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ ໃຫຍ່ ຫງວຽນ​ຟູ​ຈ້ອງ ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ ເກຼັກ  Dimitris Koutsoumpas
ພາບ:TTXVN

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ເກຼັກ ໂດຍ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ Dimitris Koutsoumpas ເປັນ​ຫົວ​ຫນ້າ​ຄະ​ນະ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ​ແຕ່​ວັນ​ທີ 9- 15/7/2016. ຕອນ​ບ່າຍ​ວັນ​ທີ 11/7, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທີ່ການ​ຕ້ອນ​ຮັບ​ຄະ​ນະ, ທ່ານ​ເລ​ຂາ​ທິ​ການ​ ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ວ່າ ພັກ​ກອມ​ມູ​ນິດ ເກຼັກ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ສະ​ຫນິດ​ຕິດ​ພັນ​ກັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ. ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ ເກຼັກ ຢືນ​ຢັນ ທັດ​ສະ​ນະ ຄວນ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ແຕ່​ລະ​ປະ​ເທດ, ສະ​ຫນັບ​ສະ​ຫນູນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິວິ​ທີ, ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ. ໃນ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ເກຼັກ ໄດ້​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ​ຮ​ວ່າງ​ບີງກວ​ຮ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ກັບຕ່າງ​ປະ​ເທດ​ສູນ​ກາງ ເປັນ​ຫົວ​ຫນ້າ​ຄະ​ນະ.

ຂ່າວ/ບົດ​ອື່ນ