ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມກັບອາເມລິກາແລະອິນໂດເນເຊຍ
ພົນໂທ ຫງວຽນຈີ໋ວີ້ງ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 27/6, ທີ່ການຕ້ອນຮັບທ່ານ Winfield, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຮັບຜິດຊອບບັນຫາ POW/MIA (ສະເລີຍເສິກ/ຫາຍສາບສູນ), ພວມຢູ່ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ: ການຊອກຫາທະຫານອາເມລິກາ ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ ຫວຽດນາມ ມີຄວາມເອົາໃຈໃສ່ອັນດັບໜຶ່ງ ແລະ ພ້ອມແລ້ວທີ່ສະໜັບສະໜູນ ອາເມລິກາ ໃນຂົງເຂດນີ້. ທ່ານພົນໂທ ສະເໜີໃຫ້ ອາເມລິກາ ສືບຕໍ່ພ້ອມກັບ ຫວຽດນາມ ແກ້ໄຂບັນດາບັນຫາຍ້ອນຜົນຮ້າຍຢ້ອນຫຼັງຂອງສົງຄາມປະໄວ້ໃຫ້ຄື: ເກັບກູ້ລະເບີດຍັງບໍ່ທັນແຕກ, ກຳຈັດທາດພິດສີສົ້ມ/ດີໂອຊິນ.
ແລະກໍ່ໃນວັນດຽວກັນ, ເມື່ອຕ້ອນຮັບຄະນະນັກຊ່ຽວຊານການທະຫານ ກອງທັບແຫ່ງຊາດ ອິນໂດເນເຊຍ ໂດຍພົນເຮືອຕີ Sueslo, ຜູ້ອຳນວຍການສູນຮ່ວມມືສາກົນກອງທັບແຫ່ງຊາດ ອິນໂດເນເຊຍ ເປັນຫົວໜ້າຄະນະພວມຢູ້ຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ພົນໂທ ຫງວຽນຈີ໋ວີ້ງ ສະເໜີວ່າ: ໃນໄລຍະຈະມາເຖິງຈະສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ໜູນຊ່ວຍມະນຸດສະທຳກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນຮັບເຄາະຮ້າຍຢູ່ທະເລ...