ຊູດັງ ແລະ ຊູດັງໃຕ້ ເຊື່ອມຕໍ່ການເຈລະຈາກ່ຽວກັບການກຳນົດເສັ້ນຊາຍແດນ
ປະທານາທິບໍດີຊູດັງ ແລະ ຊູດັງໃຕ້
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 27/08, ຊູດັງ ແລະ ຊູດັງໃຕ້ ໄດ້ຕົກລົງເຊື່ອມຕໍ່ບັນດາການເຈລະຈາ ໃນເດືອນ 09 ຈະມາເຖິງ, ເພື່ອແນໃສ່ການກຳນົດເສັ້ນຊາຍແດນຮ່ວມ. ທ່ານເອກອັກຄະລັດຖະທູດຊູດັງ ຢູ່ Khartoum, Mayan Dot ໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວຂອງຄະນະກຳມະການປ້ອງກັນຄວາມສະຫງົບລະຫວ່າງຊູດັງ ແລະ ຊູດັງໃຕ້ ທີ່ກ່ຽວຂ້ອງເຖິງວິວັດທະນາການກຳນົດເສັ້ນຊາຍແດນ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນເດືອນ 09 ຈະມາເຖິງຢູ່ນະຄອນຫຼວງ Khartoum ຂອງຊູດັງ. ໃນຕົວຈິງ, ບັນດາການເຈລະຈາກຳນົດເສັ້ນຊາຍແດນລະຫວ່າງ 2 ຝ່າຍ ໄດ້ສ້າງແຜນການເຊື່ອມຕໍ່ຄືນໃໝ່ເມື່ອເດືອນ 06 ຜ່ານມາ, ແຕ່ຖືກໂຈະໄວ້ເປັນຫຼາຍຄັ້ງ ຍ້ອນສະພາບຂາດສະຖຽນລະພາບຢູ່ຊູດັງໃຕ້.