ປຊຊ ຊີຣີ ເຂົ້າຮ່ວມການລົງປະຊາມະຕິ
(ພາບ: biethet.com)
( vovworld ) – ວັນທີ 26/2, ຊີຣີ ໄດ້ດຳເນີນການລົງປະຊາມະຕິກ່ຽວກັບລັດຖະທຳມະນູນສະບັບໃໝ່. ນີ້ຖືກຖືວ່າ ແມ່ນຄວາມມານະພະຍາຍາມຂອງອຳນາດການປົກຄອງປະທານາທິບໍດີ Bashar Al Assad ເພື່ອແນໃສ່ຜ່ອນຄາຍການຕຳນິຕິຕຽນຂອງສາກົນ ແລະ ຢຸດຕິສະພາບການລຸກຮຶ້ຂຶ້ນຂອງປະເທດນີ້ໃນ 11 ເດືອນທີ່ຜ່ານມາ. ແຕ່ເຖິງແນວນັ້ນກໍຕາມ, ຝ່າຍຄ້ານຖືວ່າ ຄວາມານະພະຍາຍາມປະຕິຮູບລະບົບການເມືອງຄືແນວນັ້ນແມ່ນບໍ່ທັນພຽງພໍ ແລະ ຮຽກຮ້ອງໃຫ້ປະຕິເສດການລົງປະຊາມະຕິ. ກ່ອນຈຸດເວລາດຳເນີນການລົງປະຊາມະຕິ, ໄດ້ເກີດສະພາບການໃຊ້ຄວາມຮຸນແຮງຢູ່ຫຼາຍແຫ່ງໃນປະເທດ ຊີຣີ. ອົງການຕິດຕາມກວດກາສິດທິມະນຸດຢູ່ ຊີຣີ ຊື່ງ ມີສຳນັກງານຕັ້ງຢູ່ອັງກິດ ໃຫ້ຮູ້ວ່າ ໄດ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 89 ຄົນ, ໃນນັ້ນມີ 23 ຄົນແມ່ນສະມາຊິກຂອງບັນດາກຳລັງປ້ອງກັນຄວາມສະຫງົບ ແລະກອງທັບ ຊີຣີ ໃນການປະທະກັນຄັ້ງຕ່າງໆເມື່ອວັນທີ 25/2 ທີ່ຜ່ານມາ.
ກ່ອນໜ້ານັ້ນ, ທ່ານ Mohammad al Shaar ລັດຖະມົນຕີກະຊວງພາຍໃນ ຊີຣີ ໃຫ້ຮູ້ວ່າ: ບັນດາມາດຕະການຈຳເປັນກໍໄດ້ຮັບການປະຕິບັດແລ້ວ ເພື່ອຮັບປະກັນໃຫ້ການລົງປະຊາມະຕິໄດ້ດຳເນີນໄປດ້ວຍຜົນສຳເລັດ ແລະ ນີ້ຈະແມ່ນ“ບາດກ້າວກະໂດດຂັ້ນ“ ໃນປະຫວັດສາດຂອງປະເທດນີ້. ຕາມກະຊວງພາຍໃນ ຊີຣີ ແລ້ວ, ມີຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການລົງປະຊາມະຕິ 14,5 ລ້ານຄົນ ແລະ ມີສະຖານທີ່ປ່ອນບັດເກືອບ 14.000 ແຫ່ງໃນທົ່ວປະເທດ. ປະທານາທິບໍດີ Bashar Al Assad ໄດ້ໃຫ້ຄຳໝັ້ນສັນຍາຈະຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນຮອບເວລາ 90 ວັນ ຖ້າຫາກວ່າປະຊາຊົນສະໜັບສະໜູນລັດຖະທຳມະນູນສະບັບໃໝ່.