ຊະອຸດີອາຣາເບຍແຕ່ງຕັ້ງເອກອັກຄະລັດຖະທູດຄົນທຳອິດຢູ່ອີຣັກພາຍຫຼັງ25ປີ
ທ່ານ Thamer Al – Sabhan ເປັນເອກອັກຄະລັດຖະທູດ
ຄົນທຳອິດຂອງ Riyadh ປະຈຳອີຣັກ
(ພາບ: aawsat.net)
(vovworld) - ຊະອຸດີ ອາຣາເບຍ ໄດ້ແຕ່ງຕັ້ງທ່ານ Thamer Al – Sabhan ເປັນເອກອັກຄະລັດຖະທູດຄົນທຳອິດຂອງ Riyadh ປະຈຳອີຣັກ ພາຍຫຼັງກວ່າ 25 ປີ. ຕໍ່ໜ້າຂໍ້ຕົກລົງນີ້, ທ່ານປະທານນາທິບໍດີອີຣັກ Fuad Masoum ໄດ້ຊົມເຊຍເລື່ອງ ຊະອຸດີ ອາຣາເບຍ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດ ແມ່ນບາດກ້າວຕັ້ງໜ້າຖືກກັບເວລາ. ໂຄສົກຂອງປະທານາທິບໍດີອາຣັກ Khalid Shawani ຢັ້ງຢືນວ່າ: ນີ້ແມ່ນສານໃຫ້ຄຳໝັ້ນສັນຍາຄືນໃໝ່ສຳລັບປະຊາຊົນ ແລະ ລັດຖະບານອີຣັກ, ໂດຍສະເພາະແມ່ນເມື່ອ 2 ປະເທດພວມປະເຊີນໜ້າກັບໄພນາບຂູ່ກໍ່ການຮ້າຍ.