ພາບປະກອບຈາກໜັງສືພິມກອງທັບປະຊາຊົນ
(vovworld) – ໂດຍສືບຕໍ່ບັ້ນຮຳ່ຮຽນ, ຊາບຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ, ໃນລະຫວ່າງ 8 -9/6, ຢູ່ນະຄອນໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດຕັ້ງກອງປະຊຸມຮຳ່ຮຽນ, ຊາບຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໃຫ້ການນຳສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ, ຖັນແຖວປັນຍາຊົນພາກໃຕ້. ບັນດາຜູ້ແທນສຸມໃສ່ຄົ້ນຄ້ວາ 3 ຫົວເລື່ອງຕົ້ນຕໍນັ້ນແມ່ນ: ບັນດາເນື້ອໃນພື້ນຖານຂອງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ; ບົດລາຍງານສະຫລຸບການປະຕິບັດມະຕິສູນກາງ 4 (ຊຸດທີ 11) “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”; ບົດລາຍງານຕີລາຄາໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2011 – 2015 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016- 2020.