(vovworld) - ຕາມແຫຼ່ງຂ່າວຈາກຄະນະກຳມະການປະຊາຊົນເມືອງຊາປາ, ນະຄອນລາວກາຍ, ພາຍຫຼັງການວາງແຜນຜັງເຂດຕົວເມືອງຊາປາ ຮອດປີ 2030 ເຊິ່ງລັດຖະບານອະນຸມັດຜ່ານ, ມີບາງນັກລົງທຶນອະສັງຫາລິມະຊັບໄດ້ກວດກາ ແລະ ມີແຜນການລົງທຶນເຂົ້າຕະຫຼາດທີ່ມີຄວາມສາມດບົ່ມຊ້ອນຫຼາຍຢ່າງນີ້. ກຸ່ມບໍລິສັດ ເຈື່ອງຢາງ ໄດ້ຕົກລົງລົງທຶນ 1.200 ຕື້ດົງເຂົ້າໂຄງການ Mercure Sapa Resort Spa. ໂຄງການມີເນື້ອທີ່ກວ່າ 47 ແຮກຕາ, ແມ່ນກຸ່ມເຮືອນຢູ່ ແລະ ສູນການຄ້າ, ສົມທົບກັບເຂດພັກຜ່ອນບຳລຸງສຸຂະພາບ, ໂຮງແຮມ. ປະຈຸບັນໃນບໍລິເວນເມືອງຍັງມີນັບ 10 ໂຄງການອະສັງຫາລິມະຊັບອື່ນ ດ້ວຍຍອດຈຳນວນເງິນລົງທຶນແຕ່ 10 ພັນ -100 ຕື້ດົງ ເຊິ່ງໄດ້ຮັບການອະນຸມັດຜ່ານ… ນີ້ແມ່ນບັນດາໂຄງການເຊິ່ງນອນໃນກຸ່ມໂຄງການທີ່ອຳນາດການປົກຄອງຊັບຊ້ອນເຂົ້າກຸ່ມໂຄງການບຸລິມະສິດ, ໜູນຊ່ວຍການຜັນຂະຫຍາຍການລົງທຶນ ຫຼື ຮຽກຮ້ອງເງິນລົງທຶນ.
ສຳລັບບັນດານັກລົງທຶນ, ຊາປາ ແມ່ນຕະຫຼາດທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ຈຳນວນນັກທ່ອງທ່ຽວເພີ່ມຂື້ນໃນແຕ່ລະປີຢ່າງແຮງ, ແຕ່ 2 – 3 ໝື່ນ ເທື່ອຄົນໃນປີ 2003, ມາຮອດປະຈຸບັນ, ແຕ່ລະປີຊາປາ ໄດ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດກວ່າ 800.000 ເທື່ອຄົນ, ໃນ 9 ເດືອນປີ 2012 ໄດ້ມີນັກທ່ອງທ່ຽວກວ່າ 500.000 ເທື່ອຄົນໄປທ່ອງທ່ຽວຢູ່ສະຖານທີ່ທ່ອງທ່ຽວນີ້.