ຊາວຫວຽດນາມອາໄສຢູ່ອົດສະຕາລີອອກສຽງກ່າວເຖິງບັນຫາທະເລຕາເວັນອອກເນື່ອງໃນໂອກາດດຳເນີນກອງປະຊຸມG20

ຊາວຫວຽດນາມອາໄສຢູ່ອົດສະຕາລີອອກສຽງກ່າວເຖິງບັນຫາທະເລຕາເວັນອອກເນື່ອງໃນໂອກາດດຳເນີນກອງປະຊຸມG20 - ảnh 1
ພາບ​ປະ​ກອບ:internet

(vovworld)-​​ ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ ຫລື G20 ດ​ຳ​ເນ​ີນ​ໄປ​ຢູ່​ນະ​ຄອນ Brisbane ລັດ Queensland ໃນ​ວັນ​ທີ 15-16/11, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລ​ີ Tony Abbott ກໍ່​ຄື​ບັນ​ດາ​ການ​ນຳ ແລະ ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ເພື່ອ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຫວ່າງ​ແລ້ວນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາ​ກ​ພື້ນ​ເພີ່ມ​ຂຶ້ນ.  ໃນ​ຈົດ​ໝາຍ, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ໄດ້​ຮຽກ​ຮ້ອງ ອົດ​ສະ​ຕາ​ລີ ປະ​ຈຸ​ບັນ​ແມ່ນ​ປະ​ທານ G20 ແລະ ປະ​ທານ​ໝູນ​ວຽນ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄວນ​ຢືນ​ຢັນ​ຢ່າງ​ແຮງ​ຜົນ​ປະ​ໂຫຍດ​ລວມ​ຂອງ Canberra ແລະ ກຸ່ມ G20 ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ນອກນັ້ນ ສະ​ມາ​ຄົມ​ດັ່ງ​ກ່າວກໍ່​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ ຈົ່ງ​ຮ່ວມ​ມື​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ