ກອງປະຊຸມສຳມະນາຊາວໜຸ່ມນະຄອນຫລວງກັບປະຊາຄົມ
ອາຊຽນ ແລະ ສັນຍາຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP)
(ພາບ: doanthanhnien.vn)
(vovworld) – ວັນທີ 10/12, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມສຳມະນາຊາວໜຸ່ມນະຄອນຫລວງກັບປະຊາຄົມ ອາຊຽນ ແລະ ສັນຍາຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP). ມີຄູອາຈານໜຸ່ມ, ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ນັກສຶກສາດີເດັ່ນນະຄອນຫລວງ ນັບຮ້ອຍຄົນ ເຂົ້າຮ່ວມປະກອບຄຳເຫັນຫລາຍຢ່າງກ່ຽວກັບການເຊື່ອມໂຍງ, ເສດຖະກິດສາກົນ ເພື່ອແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບປະຊາຄົມ ອາຊຽນ ແລະ TPP ກ່ວາອີກ. ທີ່ກອງປະຊຸມສຳມະນາ, ຫລາຍຄຳເຫັນປຶກສາຫາລືຂອງບັນດາຜູ້ແທນໄດ້ສຸມໃສ່ບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ ຫວຽດນາມ ເວົ້າລວມ, ຊາວໜຸ່ມນະຄອນຫລວງເວົ້າສະເພາະ ໃນການຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ; ບັນດາບັນຫາທີ່ວາງອອກສຳລັບ ຫວຽດນາມ ໃນວິວັດການເຊື່ອມໂຍງ, ເຂົ້າຮ່ວມປະຊາຄົມ ອາຊຽນ ໃນທ້າຍປີ 2015; ແລກປ່ຽນ, ໄຈແຍ້ກບັນດາກາລະໂອກາດ, ສິ່ງທ້າທາຍຂອງ ຫວຽດນາມ ເມື່ອເຂົ້າຮ່ວມ TPP.