ຊາວ ສ.ເກົາຫຼີ ມີຄວາມຫວັງຕໍ່ຜົນສຳເລັດຂອງການພົບປະຄັ້ງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) -ດ້ວຍຄວາມປາດຖະໜາວ່າການພົບປະຄັ້ງສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະດຳເນີນສຳເລັດໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາກຸ່ມພົນລະເຮືອນ ສ.ເກົາຫຼີ ໄດ້ປັກທຸງ “ແຫຼມເກົາຫຼີເອກະພາບ” ຢູ່ຫລາຍແຫ່ງໃນທົ່ວປະເທດ.
ຊາວ ສ.ເກົາຫຼີ ມີຄວາມຫວັງຕໍ່ຜົນສຳເລັດຂອງການພົບປະຄັ້ງສຸດຍອດລະຫວ່າງ  ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: TTXVN)

ຕາມນັ້ນແລ້ວ, ຄະນະກຳມະການປະຕິບັດຖະແຫຼງການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີິ 15/6 ຂອງ ສ.ເກົາຫຼີ ໄດ້ປັກທຸງທີ່ພິມຮູບແຫຼມເກົາຫຼີສີຂຽວໃນພື້ນສີຂາວ, ເປັນສັນຍາລັກໃຫ້ແກ່ຄວາມມຸ່ງຫວັງໄກາເກ່ຍໃຫ້ຖືກຕ້ອງປອງດອງກັນ ແລະ ສ້າງຄວາມເອກະພາບຄືນໃໝ່ ຕາມເສັ້ນທາງນະຄອນຊາຍແດນ Paju, ທາງທິດເໜືອນະຄອນຫລວງ ເຊີອູນ. ຢູ່ບັນດາແຂວງພາກໃຕ້ Gyeongsang, ນະຄອນ Gwangju, ບັນດາເຂດ Baengnyeong, Yeonpyeong ແລະ 3 ເກາະອື່ນທີ່ຢູ່ໃກ້ກັບຊາຍແດນທະເລ ສປປ.ເກົາຫຼີ ກໍ່ລ້ວນແຕ່ປັກທຸງທີ່ພິມຮູບແຫຼມເກົາຫຼີ ເພື່ອແນໃສ່ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມປາດຖະໜາຢາກໃຫ້ກອງປະຊຸມປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ