ຍົກສູງກຳລັງແກ້ງແຍ້ງໃຫ້ແກ່ສິນໃນນ້ຳຫວຽດນາມ

ຍົກສູງກຳລັງແກ້ງແຍ້ງໃຫ້ແກ່ສິນໃນນ້ຳຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – “ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ ແລະ ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ແມ່ນ​ບັນ​ດາ​ປັດ​ໄຈ​ເປັນ​ຕາຍ ເພື່ອ​ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ ຫວຽດ​ນາມ”. ທ່ານ ຫງວຽນ​ວຽດ​ແມ້ງ, ຫົວ​ໜ້າ​ກົມ​ວິ​ທະ​ຍາ​ສາດ  - ເຕັກ​ໂນ​ໂລ​ຢີ ແລະ ຮ່ວມ​ມື​ສາ​ກົນ, ຂຶ້ນ​ກັບ​ກົມ​ໃຫຍ່​ສິນ​ໃນ​ນ້ຳ ຫວຽດ​ນາມ ໄດ​້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ການ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​​ຕໍ່ສັງ​ຄົມ​ໃນ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢູ່ ຫວຽດ​ນາມ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ສູນ​ຮ່ວມ​ມື​ສາ​ກົນ​ລ້ຽງ​ປູກ ແລະ ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ (ICAFIS), ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ສົມ​ທົບ​ກັບ​ອົງ​ການ Oxfam ຫວຽດ​ນາມ ຢູ່ ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ວັນ​ທີ 15/7. ຕາມ​ທ່ານ ຫງວຽນ​ວຽດ​ແມ້ງ ແລ້ວ, ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ຫຼາຍ​ແຫ່ງ ຢູ່ ຫວຽດ​ນາມ ໄດ້​ຮັບ​ຮູ້​ວ່າ: ຄວາມ​ຮັບ​ຜິດ​ຊອບ​​ຕໍ່ສັງ​ຄົມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ຂາດ​ບໍ່ໄດ້, ຍ້ອນ​ວ່າ, ໃນ​ສະ​ພາບ​ໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຖ້າ​ຫາກບໍ່​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ວ​ິ​ສາ​ຫະ​ກິດ​ຈະ​ບໍ່​ສາ​ມາດ​ສຳ​​ຜັດ​ກັບ​ຕະຫຼາດ​ໂລກ​ໄດ້.


ຂ່າວ/ບົດ​ອື່ນ