ຍົກສູງຄວາມສາມາດໃນການຄົ້ນຄວ້າ, ການສິດສອນໃຫ້ຄູອາຈານ ໂຮງຮຽນການເມືອງ - ການປົກຄອງລາວ

ຍົກສູງຄວາມສາມາດໃນການຄົ້ນຄວ້າ, ການສິດສອນໃຫ້ຄູອາຈານ ໂຮງຮຽນການເມືອງ - ການປົກຄອງລາວ - ảnh 1
ພິທີ​ອັດ​ຊຸດ​ຮຽນ​ບຳລຸງ​ໃຫ້​ຄູ​ອາຈານ​ບັນດາ​​ໂຮງຮຽນ​ການ​ເມືອງ
ການ​ປົກຄອງຢູ່​ແຂວງຕ່າງໆ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ
(ພາບ: npa.org.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 6/11, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້ຈັດ​ພິທີ​ອັດ​ຊຸດ​ຮຽນ​ບຳລຸງ​ໃຫ້​ຄູ​ອາຈານ​ບັນດາ​​ໂຮງຮຽນ​ການ​ເມືອງ - ການ​ປົກຄອງຢູ່​ແຂວງຕ່າງໆ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ ປີ 2012. ບົນພື້ນຖານ​ບັນດາ​ບົດ​ລາຍ​ງານ​, ບົດ​ສອນ ​ແລະ ​ເອກະສານ​ຄົ້ນຄວ້າ​ພິຈາລະນາ, ຄູ​ອາຈານ​ຂອງບັນດາ​ໂຮງຮຽນ​ການ​ເມືອງ​​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຮັບ​ການ​ຄົ້ນຄວ້າ​​ບັນຫາ​ຈຳ​ເປັນຕ່າງໆທີ່​ເປັນ​ພື້ນຖານ. ​ເລື່ອງ​ເພີ່ມ​ຄວາມ​ຮັບ​ຮູ້ຢ່າງ​ມີ​ລະບົບ​ຈະ​ຊ່ວຍ​ໃຫ້​ນັກຮຽນ​ປັບປຸງ, ​ເພີ່ມ​ເຕີມ​ ​ແລະ ​ເພີ່ມ​ທະວີລະບົບ​ຄວາມ​ຮູ້, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຂົ້າ​ໃນ​ລັດທິ​ສັງຄົມ​ນິຍົມ​ເຊິ່ງພັກ, ປະຊາຊົນ​ຫວຽດນາມ ​ແລະ ພັກ, ປະຊາຊົນປະຕິວັດລາວ ພວມ​ກໍ່ສ້າງ. ດ້ວຍ​ໝາກຜົນ​ຂອງ​ການ​ຮໍ່າ​ຮຽນ​ດັ່ງກ່າວ, ພາຍຫຼັງ​ກັບ​ເມື່ອ​ປະ​ເທດ, ບັນດາ​ຄູ​ອາຈານ​ຂອງ​​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​​​ຢູ່ແຂວງຕ່າງໆ ຂອງພັກ​ປະຊາຊົນ​ປະຕິວັດ​ລາວ ຈະ​ນຳ​ໃຊ້​ຄວາມ​ຮູ້ ​ແລະ ບົດຮຽນຕ່າງໆ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ. ຄູ​ອາຈານ​ແຕ່ລະຄົນ​ຈະ​ສືບ​ຕໍ່​ເປັນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນປະກອບສ່ວນ​ປັບປຸງ, ພັ​​ດທະນາ​ໃຫ້​ແກ່​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ 2 ພັກ, 2 ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽ​ດນາມ - ລາວ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ