ຍຸດທະສາດພັດທະນາ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີຈັກກະວານຮອດປີ 2030
(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນປະກາດໃຊ້ ຍຸດທະສາດພັດທະນາ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີຈັກກະວານຮອດປີ 2030 ເພື່ອແນໃສ່ໝູນໃຊ້ຜົນງານຂອງວິທະຍາສາດ ແລະ ເຕັກໂນໂລຢີຈັກກະວານໃນວົງກວ້າງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍເຊັນປະກາດໃຊ້ ຍຸດທະສາດພັດທະນາ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີຈັກກະວານຮອດປີ 2030 ເພື່ອແນໃສ່ໝູນໃຊ້ຜົນງານຂອງວິທະຍາສາດ ແລະ ເຕັກໂນໂລຢີຈັກກະວານໃນວົງກວ້າງ, ລົງທຶນຢ່າງມີຈຸດສຸມເຂົ້າໃນບາງຂົງເຂດທີ່ກ່ຽວຂ້ອງເຖິງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຕິດຕາມ ແລະ ໜູນຊ່ວຍການຫຼຸດຜ່ອນຜົນເສຍຫາຍຈາກໄພທຳມະຊາດ, ສະໜອງການບໍລິການຫຼາກຫຼາຍໃຫ້ແກ່ປະຊາຊົນ; ຍົກສູງກຳລັງບົ່ມຊອ້ນ ດ້ານວິທະຍາສາດ ແລະ ເຕັກໂນໂລຢີຂອງປະເທດ, ປະກອບສ່ວນຮັບປະກັນເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ດິນອັນຄົບຖ້ວນ, ຊຸກຍູ້ການພັດທະນາທຸກດ້ານໃນຂົງເຂດເສດຖະກິດ - ສັງຄົມ ແລະ ຮັບປະກັນຜົນປະໂຫຍດອື່ນໆຂອງປະເທດຊາດ.