EU ກຳນົດຈຸດເວລາດຳເນີນການເຈລະຈາກ່ຽວກັບຄວາມມານະພະຍາຍາມເຂົ້າເປັນສະມາຊິກ ຂອງ ຢູແກຼນ ແລະ ໂມໂດວາ

(VOVWORLD) - ທ່ານ Giancarlo Giorgetti, ລັດຖະມົນຕີກະຊວງເສດຖະກິດ ອີຕາລີ ໃຫ້ຮູ້ວ່າບັນດາປະເທດໃນ EU ອາດຈະສະຫນອງ 60% ຂອງບ້ວງກູ້ຢຶມ 50 ຕື້ USD ຊື່ງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7)  ທີ່ໄດ້ໃຫ້ຄຳໝັ້ນສັນຍາສະຫນອງໃຫ້ແກ່ ຢູແກຼນ ກ່ອນນັ້ນ.

ວັນທີ 21 ມິຖຸນາ, ບັນດາປະເທດສະມາຊິກສະຫະພາບ ເອີລົບ (EU) ໄດ້ເຫັນດີຢ່າງເປັນທາງການຕໍ່ເລື່ອງເລີ່ມດຳເນີນການເຈລະຈາກ່ຽວກັບຖານະເປັນສະມາຊິກຂອງ ຢູແກຼນ ແລະ ໂມໂດວາ ໃນອາທິດຫນ້າ ຊື່ງແມ່ນເຫດການມີລັກສະນະບາດລ້ຽວສຳລັບສອງປະເທດໃນໄລຍະຍາວເພື່ອບັນລຸຄາດໝາຍເຂົ້າເປັນສະມາຊິກຂອງກຸ່ມພັນທະມິດນີ້. ຕາມແຜນການ, ທຳອິດແມ່ນ ບັນດາລັດຖະມົນຕີຂອງ EU ຈະເລີ່ມປະຕິບັດການເຈລະຈາກັບ ຢູແກຼນ, ຖັດຈາກນັ້ນ ແມ່ນກັບ ໂມໂດວາຢູ່ ລຸກຊຳບວກ ໃນຕອນບ່າຍວັນທີ 25 ມິຖຸນາ. ຕົ້ນເດືອນ ມິຖຸນາ, ສະພາເອີລົບ (EC) ໄດ້ຖະແຫລງວ່າ ຢູແກຼນ ແລະ ໂມໂດວາ ໄດ້ຕອບສະຫນອງທັງໝົດມາດຖານທີ່ຈຳເປັນເພື່ອເລີ່ມຕົ້ນການເຈລະຈາ.

ໃນວັນດຽວກັນ, ທ່ານ Giancarlo Giorgetti, ລັດຖະມົນຕີກະຊວງເສດຖະກິດ ອີຕາລີ ໃຫ້ຮູ້ວ່າບັນດາປະເທດໃນ EU ອາດຈະສະຫນອງ 60% ຂອງບ້ວງກູ້ຢຶມ 50 ຕື້ USD ຊື່ງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7)  ທີ່ໄດ້ໃຫ້ຄຳໝັ້ນສັນຍາສະຫນອງໃຫ້ແກ່ ຢູແກຼນ ກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ