ຍີ່ປຸ່ນຢາກຊຸກຍູ້ການຮ່ວມມືກັບກຸຍບາ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida
(ພາບ: qdnd.vn)
(vovworld) – ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida ພວມຢ້ຽມຢາມກຸຍບາ ໃນວັນທີ 02/05, ໄດ້ມີການເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບ Bruno Rodriguez ເພື່ອແນໃສ່ປຶກສາຫາລືບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ. ທີ່ການພົບປະ, ທ່ານ Kishida ໃຫ້ຮູ້ວ່າ, ຍີ່ປຸ່ນ ສະໜັບສະໜູນຢ່າງແຮງບັນດາຄວາມມານະພະຍາຍາມຫັນການພົວພັນລະຫວ່າງອາເມລິກາ ແລະ ກຸຍບາ ເປັນປົກກະຕິ, ພ້ອມທັງຢາກຊຸກຍູ້ການພົວພັນລະຫວ່າງໂຕກຽວ ແລະ La Habana ຂຶ້ນສູ່ລະດັບສູງໃໝ່. ທ່ານກໍ່ໃຫ້ຄຳໝັ້ນສັນຍາ ເພີ່ມທຶນອຸປະຖຳໃຫ້ແກ່ການພັດທະນາທາງການ (ODA) ຂອງຍີ່ປຸ່ນ ໃຫ້ປະເທດນີ້. ຍີ່ປຸ່ນ ກໍ່ມີຄວາມຫວັງຢາກຊຸກຍູ້ການຮ່ວມມືກັບກຸຍບາ, ເຊິ່ງຖືກຖືວ່າ ແມ່ນສະຖານທີ່ດຶງດູດການລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃນທຸກຂົງເຂດຄື: ພັດທະນາພື້ນຖານໂຄງລ່າງ, ການທ່ອງທ່ຽວ ແລະ ສາທາລະນະສຸກ. ສ່ວນທ່ານ Bruno Rodriguez ຢືນຢັນວ່າ, La Habana ໃຫ້ບຸລິມະສິດການພົວພັນກັບໂຕກຽວ, ພ້ອມທັງສະແດງຄວາມປາດຖະໜາຢາກຍູ້ແຮງການພົວພັນຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ໃນນັ້ນລວມມີການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານວິທະຍາສາດ.