ຍີ່ປຸ່ນສະໜອງທຶນODAກ່ວາ100ລ້ານUSDໃຫ້ອຸດສະເບກິດສຖານ
ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ເຈລະຈາກັບ
ທ່ານປະທານາທິບໍດີ ອຸດສະເບກິດສຕານ Islam Karimov
(ພາບ: Kyodo)
(vovworld) – ໃນຂອບເຂດການຢ້ຽມຢາມ ອຸດສະເບກິດສຖານ, ວັນທີ 25/10, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເຫັນດີສະໜອງບ້ວງເງິນທຶນອຸປະຖຳພັດທະນາທາງການ (ODA) 105 ລ້ານ USD ໃຫ້ ອຸດສະເບກິດສຖານ ເພື່ອຊ່ວຍປະເທດນີ້ກໍ່ສ້າງບັນດາໂຮງງານໄຟຟ້າ ແລະ ຍົກລະດັບພາຫະນະອຸປະກອນການແພດ. ຄຳໝັ້ນສັນຍາດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ Shinzo Abe ຍົກອອກມາທີ່ການເຈລະຈາກັບທ່ານປະທານາທິບໍດີ ອຸດສະເບກິດສຕານ Islam Karimov ຢູ່ນະຄອນຫລວງ Tashkent. ຕາມຖະແຫຼງການຮ່ວມທີ່ຍົກອອກມາພາຍຫລັງການເຈລະຈາແລ້ວ, 2 ຝ່າຍ ໃຫ້ຄຳໝັ້ນສັນຍາມານະພະຍາຍາມຊຸກຍູ້ບັນດາການພົວພັນຍຸດທະສາດ.