ຍີ່ປຸ່ນແລະອາຟຣິກາໃຫ້ຄຳໝັ້ນສັນຍາຕ້ານກໍ່ການຮ້າຍ
ພິທີສິ້ນສຸດກອງປະຊຸມສາກົນ ໂຕກຽວ
ກ່ຽວກັບການພັດທະນາ ອາຟຣິກາ ຄັ້ງທີ 6
(ພາບ: AFP/TTXVN)
(vovworld) - ວັນທີ 28/08 ສິ້ນສຸດກອງປະຊຸມສາກົນ ໂຕກຽວ ກ່ຽວກັບການພັດທະນາ ອາຟຣິກາ ຄັ້ງທີ 6 (TICAD - 6) ດຳເນີນໄປຢູ່ນະຄອນຫລວງ Nairobi ຂອງ Kenya, ການນຳ ຍີ່ປຸ່ນ ແລະ ບັນດາປະເທດ ອາຟຣິກາ ໄດ້ໃຫ້ຄຳໝັ້ນສັນຍາຕ້ານກໍ່ການຮ້າຍ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລບົນພື້ນຖານກົດໝາຍ. ໃນຖະແຫຼງການ Nairobi ທີ່ໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມ, ບັນດາການນຳກໍ່ເຫັນດີເປັນເອກະພາບ ຊຸກຍູ້ການລົງທຶນພື້ນຖານໂຄງລ່າງ ເພື່ອແນໃສ່ສ້າງວຽກເຮັດງານທຳຕື່ມອີກຢູ່ພາກພື້ນພວມເຕີບໂຕໄວນີ້. ຄຽງຂ້າງນັ້ນ ບັນດາການນຳກໍ່ໃຫ້ຮູ້ວ່າ: ພວມມຸ່ງໄປເຖິງຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລ ບົນພື້ນຖານກົດໝາຍ ແລະ ເພີ່ມທະວີຄວາມສະຫງົບປອດໄພບົນທະເລ ໂດຍຜ່ານການຮ່ວມມືສາກົນ ແລະ ພາກພື້ນຕາມກົດໝາຍສາກົນ. ຖະແຫຼງການກໍ່ຮັບຮູ້ຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ປະຕິຮູບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.