ຍາມໃດ ຫວຽດນາມ ກໍ່ຖືການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືອັນດີງາມກັບ ຈີນ ເປັນສຳຄັນ

(VOVWORLD) - ໃນໄລຍະຈະມາເຖິງ, 2 ຝ່າຍ ຄວນເພີ່ມທະວີນ້ຳໃຈມິດຕະພາບ, ຍູ້ແຮງການຮ່ວມມື, ໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ.

ຍາມໃດ ຫວຽດນາມ ກໍ່ຖືການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືອັນດີງາມກັບ ຈີນ ເປັນສຳຄັນ - ảnh 1ທ່ານກຳມະການໃນຄະນະລັດຖະບານ ຫວາງອີ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(ພາບ: Lâm Khánh/TTXVN)

ຕອນເຊົ້າວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຫວາງອີ, ກຳມະການໃນຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືອັນດີງາມກັບ ຈີນ ເປັນສຳຄັນ, ທ່ານເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍ ຄວນເພີ່ມທະວີນ້ຳໃຈມິດຕະພາບ, ຍູ້ແຮງການຮ່ວມມື, ໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ 2 ຝ່າຍຈົ່ງເຄົາລົບບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້, ປະຕິບັດ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານ ຊີ້ນຳບັນດາບັນຫາບົນທະເລ” ຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ບໍ່ຄວາມມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບບົນທະເລຕາເວັນອອກ.

        ສ່ວນທ່ານ ຫວາງອີ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານ ຫວາງອີ ປາດຖະໜາວ່າ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຍຸດທະສາດ, ຍູ້ແຮງການຮ່ວມມື, ຄວບຄຸມຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ 2 ພັກ, 2 ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ