ບັນດາວັດຖຸພັນທີ່ຄົ້ນພົບໃໝ່ໃນສະໄໝປະຖົມບູຮານ |
(vovworld)- ມີການຄົ້ນພົບໃໝ່ຫຼາຍຄັ້ງແຕ່ທ້າຍປີ 2013 ຫາຕົ້ນປີ 2014 ໄດ້ປະກອບສ່ວນຢັ້ງຢືນບັນດາຜົນງານດ້ານບູຮານຄະດີ, ຢັ້ງຢືນຄຸນຄ່າວັດທະນະທຳບັນດາຮ່ອງຮອຍສະຖານບູຮານຄະດີວິທະຍາ, ພ້ອມທັງມີວິທີຮັກສາຢ່າງເໝາະສົມ. ນີ້ແມ່ນຄຳໃຫ້ສັງເກດຂອງບັນດານັກຄົ້ນຄ້ວາທີ່ພິທີອັດກອງປະຊຸມປະກາດບູຮານຄະດີຄັ້ງທີ 49 ຊຶ່ງຖືກຈັດຂຶ້ນໃນວັນທີ 25 ແລະ 26/9 ຢູ່ຮ່າໂນ້ຍ.
ປີ 2014 ກໍແມ່ນປີເປັນຂີດໝາຍຂອງຂະແໜງບູຮານຄະດີວິທະຍາຢູ່ບໍລິເວນໝູ່ເກາະເຈືອງຊາ. ທ່ານດຣ ບຸຍວັນລຽມ ຮອງຫົວໜ້າສະຖາບັນບູຮານຄະດີວິທະຍາໃຫ້ຮູ້ວ່າ ພາຍຫຼັງດຳເນີນການສຳຫຼວດຢູ່ບໍລິເວນ 4 ເກາະໃນໝູ່ເກາະເຈືອງຊາ ໄດ້ພົບເຫັນເຄື່ອງປັ້ນດິນເຜົາທີ່ຂຶ້ນກັບພື້ນຖານວັດທະນະທຳຊາຮີ່ງ ພ້ອມກັບເຄື່ອງເຄືອບຕ່າງໆຜ່ານບັນດາຍຸກສະໄໝເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມ, ຊຶ່ງເປັນການຢັ້ງຢືນວ່າ ຊາວຫວຽດນາມໄດ້ດຳລົງຊີວິດຢູ່ໝູ່ເກາະເຈືອງຊາແຕ່ດຶກດຳບັນ ” . ທ່ານດຣ ບຸຍວັນລຽມ ຮອງຫົວໜ້າສະຖາບັນບູຮານຄະດີວິທະຍາໃຫ້ຮູ້ວ່າ :
“ ເອກະສານ, ວັດຖຸພັນຕ່າງໆເຫຼົ່ານັ້ນ ໄດ້ເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ຢັ້ງຢືນອະທິປະໄຕຂອງໝູ່ເກາະເຈືອງຊາ ແຂວງແຄ້ງຮ່ວາ”