ກອງປະຊຸມສຳມະນາກ່ຽວກັບການອົບຮົມວຽກງານຖະແຫຼງຂ່າວສຳລັບຕ່າງ ປະເທດ, ໂຄສະນາກ່ຽວກັບເຂດທະເລໝູ່ເກາະ ແລະ ເຊື່ອມໂຍງເຂົ້າກັບສາກົນ |
(vovworld)- ຍູ້ແຮງການໂຄສະນາ, ຍົກສູງລະດັບຄວາມຮັບຮູ້ຂອງຊາວໜຸ່ມກ່ຽວກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ. ສິ່ງນີ້ໄດ້ຮັບການຢືນຢັນຈາກທ່ານ ເຈືອງມິນຕ້ວນ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານໃນກອງປະຊຸມສຳມະນາກ່ຽວກັບການອົບຮົມວຽກງານຖະແຫຼງຂ່າວສຳລັບຕ່າງປະເທດ, ໂຄສະນາກ່ຽວກັບເຂດທະເລໝູ່ເກາະ ແລະ ເຊື່ອມໂຍງເຂົ້າກັບສາກົນ ຊຶ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 25/6 ຢູ່ນະຄອນດານັ້ງ. ທ່ານ ເລວັນງຽມ ຫົວໜ້າກົມຖະແຫຼງຂ່າວສຳລັບຕ່າງປະເທດ ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມໃຫ້ຮູ້ວ່າ : (ເທບ)
“ ຫວຽດນາມພວມເຊື່ອມໂຍງເຂົ້າກັບສາກົນ ແລະ ໄດ້ວາງອອກຫຼາຍບັນຫາກ່ຽວກັບລະດັບຄວາມຮັບຮູ້ດ້ານແນວຄິດທີ່ມີຕໍ່ລຸ່ນໜຸ່ມ. ນັບແຕ່ຕົ້ນປີມານີ້, ສະພາບການຢູ່ທະເລຕາເວັນອອກຍັງຄົງຜັນແປໄປຢ່າງສັບສົນ, ຊາວໜຸ່ມຫວຽດນາມຕ້ອງຮັບຮູ້ໄດ້ເຖິງສະພາບການຕົວຈິງ, ເຂົ້າຮ່ວມ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ”